ຜ່ານການກວດກາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາສູງຕໍ່ບັນດາອົງການ, ກົມກອງ, ທ້ອງຖິ່ນທີ່ໄດ້ຊາບຊຶມ, ຜັນຂະຫຍາຍການກະກຽມໃຫ້ພິທີສະເຫຼີມສະຫຼອງເປັນຢ່າງດີ. ທ່ານເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ມີຄວາມໝາຍສໍາຄັນ, ປະກອບສ່ວນປັບປຸງນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ-ກໍາປູເຈຍ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ຮຽກຮ້ອງໃຫ້ບັນດາອົງການ, ກົມກອງ, ທ້ອງຖິ່ນທີ່ກ່ຽວຂ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດທຸກວຽກງານກະກຽມໃຫ້ພິທີສະເຫຼີມສະຫຼອງ, ຮັບປະກັນຄວາມລອບຄອບຖີ່ຖ້ວນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: qdnd.vn

ກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ໄປຮອດແຂວງດົ່ງນາຍ ເພື່ອກວດກາຄວາມຄືບໜ້າ, ຄຸນນະພາບການຜັນຂະຫຍາຍການປະຕິບັດໂຄງການກໍາຈັດດີໂອຊິນໃນບໍລິເວນສະໜາມບິນບຽນຮວ່າ ໄລຍະ 1.

ທ່ານພົນໂທ ຮວ່າງຊວນຈ໊ຽນ ຊົມເຊີຍນໍ້າໃຈຮັບຜິດຊອບຂອງບັນດາອົງການ, ກົມກອງ, ກໍາລັງທີ່ເຂົ້າຮ່ວມປະຕິບັດໂຄງການ ແລະຮຽກຮ້ອງໃຫ້ກອງບັນຊາການເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ປະຕິບັດໃຫ້ຖືກຕ້ອງຕາມພາລະບົດບາດ, ໜ້າທີ່ຂອງກົມກອງເປັນເຈົ້າຂອງໂຄງການ, ປະຕິບັດຕາມຂໍ້ກໍານົດ, ຂັ້ນຕອນຄຸ້ມຄອງການລົງທຶນຢ່າງເຂັ້ມງວດ; ປະຕິບັດວຽກງານຕິດຕາມ, ກວດກາບັນດາອົງການກໍ່ສ້າງ, ສົມທົບກັນຢ່າງແໜ້ນແຟ້ນກັບອໍານາດການປົກຄອງທ້ອງຖິ່ນໃນການບຸກເບີກໜ້າພຽງ, ມອບ-ຮັບພື້ນທີ່, ຮັບປະກັນຄວາມສະຫງົບ, ປອດໄພໃນວິວັດການປະຕິບັດໂຄງການໃຫ້ເປັນຢ່າງດີ...

ໂດຍ:​ ໄຊນີດາ