ຜ່ານການຮັບຟັງບົດລາຍງານ ແລະຄໍາເຫັນປະກອບ, ຕາງໜ້າຄະນະປະຈໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສະມາຊິກສະພາແຫ່ງຊາດທີ່ພວມປະຕິບັດງານໃນກອງທັບ ຄວນເສີມຂະຫຍາຍຄຸນທາດ, ສະຕິປັນຍາ, ປະຕິບັດບົດບາດ, ຄວາມຮັບຜິດຊອບເປັນຢ່າງດີ ເພື່ອເປັນເຈົ້າການປະກອບຄໍາເຫັນໃສ່ເນື້ອໃນປຶກສາຫາລືຂອງສະພາແຫ່ງຊາດ, ຮັບເອົາຄໍາເຫັນ, ປະກອບເຂົ້າຜົນສໍາເລັດລວມຂອງກອງປະຊຸມ. ກ່ຽວກັບບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຂົງເຂດການທະຫານ, ການປ້ອງກັນຊາດ, ທ່ານພົນເອກ ຟານວັນຢາງ ກໍ່ສະເໜີໃຫ້ສະມາຊິກສະພາແຫ່ງຊາດຄົ້ນຄວ້າແຕ່ລະເນື້ອໃນຢ່າງເລິກເຊິ່ງ, ໝູນໃຊ້ປະສົບການພຶດຕິກຳຕົວຈິງ, ເຊີດຊູຄວາມຮັບຜິດຊອບປະກອບຄໍາເຫັນຮັບປະກັນຄຸນນະພາບ. ພ້ອມກັນນັ້ນ, ສະມາຊິກສະພາແຫ່ງຊາດແຕ່ລະຄົນຄວນເປັນແບບຢ່າງ ປະຕິບັດບັນດາຂໍ້ກໍານົດ, ກົດລະບຽບເຮັດວຽກຂອງສະພາແຫ່ງຊາດ ຢ່າງເຂັ້ມງວດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນສະຫຼຸບທີ່ການພົບປະສັງສັນ. ພາບ: ຝູເຊີນ

ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ບັນດາອົງການທີ່ໄດ້ມອບໝາຍເປັນປະທານສ້າງຮ່າງກົດໝາຍສະໜອງຂໍ້ມູນທີ່ກ່ຽວຂ້ອງຢ່າງທັນການ, ຄົບຊຸດເພື່ອໃຫ້ສະມາຊິກສະພາແຫ່ງຊາດທີ່ພວມປະຕິບັດງານໃນກອງທັບຄົ້ນຄວ້າ, ມີພື້ນຖານເພື່ອປະກອບຄໍາເຫັນທີ່ກອງປະຊຸມຂອງສະພາແຫ່ງຊາດ.

ໂດຍ: ທູຈາງ