ກ່າວຄໍາເຫັນສະຫຼຸບການກວດກາ, ທ່ານພົນຕີ ໂງມິງຕຽນ ຍ້ອງຍໍສັນລະເສີນບັນດາໝາກຜົນທີ່ພົ້ນເດັ່ນໃນວຽກງານສຶກສາ-ກໍ່ສ້າງ ຂອງໂຮງຮຽນໃນໄລຍະຜ່ານມາ; ພ້ອມທັງຊີ້ອອກບັນດາສິ່ງຄົງຄ້າງ, ຂໍ້ຈໍາກັດທີ່ຄວນຖອດຖອນບົດຮຽນຢ່າງເຂັ້ມງວດ. ໃນໄລຍະຈະມາເຖິງ, ທ່ານພົນຕີ ໂງມິງຕຽນ ຮຽກຮ້ອງໃຫ້ຄະນະພັກ, ຄະນະຜູ້ອຳນວຍການໂຮງຮຽນວິທະຍາໄລສືບຂ່າວ ສືບຕໍ່ຊາບຊຶມບັນດາຂໍ້ຕົກລົງ, ຄໍາສັ່ງຂອງຂັ້ນເທິງກ່ຽວກັບວຽກງານສຶກສາ-ກໍ່ສ້າງຢ່າງເຂັ້ມງວດ; ສຸມໃສ່ປ່ຽນແປງໃໝ່ວຽກງານຄຸ້ມຄອງ, ບໍລິຫານການຝຶກແອບ, ຫຼັກສູດກໍ່ສ້າງ, ວິທີການຮຽນ-ການສອນ ແລະຕີລາຄາໝາກຜົນກໍ່ສ້າງຕາມທິດ “ສິດສອນຢ່າງແທດຈິງ, ຮໍ່າຮຽນຢ່າງແທດຈິງ”, ເສີມຂະຫຍາຍລັກສະນະຕັ້ງໜ້າ, ເປັນເຈົ້າການ, ປະດິດຄິດສ້າງຂອງນັກຮຽນ.

leftcenterrightdel
ທ່ານພົນຕີ ໂງມິງຕຽນ ກ່າວຄໍາເຫັນສະຫຼຸບທີ່ກອງປະຊຸມ. ພາບ: qdnd.vn

ໂຮງຮຽນຄວນເພີ່ມທະວີການຝຶກແອບ, ຝຶກຝົນຫຼໍ່ຫຼອມໃຫ້ແກ່ສໍາມະນາກອນ, ນັກສຶກສາ, ນັກຄົ້ນຄວ້າເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ເມື່ອຈົບຈາກໂຮງຮຽນ. ພ້ອມກັບການຍົກສູງຄວາມສາມາດບົ່ມຊ້ອນ, ປະສິດທິຜົນການເຄື່ອນໄຫວຄົ້ນຄວ້າວິທະຍາສາດ; ຕິດພັນການກໍ່ສ້າງກັບການຄົ້ນຄວ້າວິທະຍາສາດ, ໂຮງຮຽນຕ້ອງຫັນພື້ນຖານວັດຖຸ, ອຸປະກອນຮັບໃຊ້ການສຶກສາ-ກໍ່ສ້າງ ໃຫ້ທັນສະໄໝເທື່ອລະກ້າວ; ປະຕິບັດວຽກງານກໍານົດທິດແນວຄິດເປັນຢ່າງດີ ແລະເປັນປະຈຳເພີ່ມທະວີຄຸ້ມຄອງກົດລະບຽບ, ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ...

ໂດຍ: ຈາງຫງວຽນ