ຄະນະປະທານເຂົ້າຮ່ວມ ແລະເປັນປະທານກອງປະຊຸມສຳມະນາ ມີສະຫາຍພົນໂທ, ປອ ເລຮຸຍວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ສະຫາຍ ປອ ຖ໊າຍແທັງກຸ໊ຍ ເລຂາພັກແຂວງໆເງະອານ; ສະຫາຍພົນຕີ ຈິ້ງວັນກວ໊ຽດ ຮອງຫົວໜ້າກົມໃຫຍ່ການເມືອງ; ສະຫາຍພົນຕີ ຫງວຽນຢວ້ານແອັງ, ຜູ້ບັນຊາການທະຫານເຂດ 4; ສະຫາຍພົນຈັດຕະວາ, ປອ ຫງວຽນຮວ່າງຍຽນ ຫົວໜ້າສະຖາບັນປະຫວັດສາດການທະຫານຫວຽດນາມ.

ເຂົ້າຮ່ວມກອງປະຊຸມສຳມະນາ ຍັງມີບັນດາສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ; ສະຫາຍ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງຊຽງຂວາງ ແລະຜູ້ແທນບັນດາອົງການຂອງກະຊວງປ້ອງກັນປະເທດ; ບັນດາພະແນກ, ຄະນະ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່ນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສຳມະນາ. ພາບ: qdnd.vn
leftcenterrightdel
ສະຫາຍພົນໂທ ເລຮຸຍວິ້ງ ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສຳມະນາ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມສຳມະນາ, ສະຫາຍພົນໂທ, ປອ ເລຮຸຍວິ້ງ ຫົວໜ້າຄະນະຊີ້ນໍາກອງປະຊຸມສໍາມະນາ ຢັ້ງຢືນວ່າ: “ຫ່າງຈາກນີ້ 50 ປີ, ພາຍໃຕ້ການຊີ້ນຳຂອງສູນກາງພັກ, ຄະນະພັກການທະຫານສູນກາງ, ສອງປະເທດຫວຽດນາມ ແລະລາວ, ການຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ ໄດ້ດໍາເນີນ ແລະຍາດໄດ້ໄຊຊະນະອັນໃຫຍ່ຫຼວງໃນບັ້ນຮົບຈັ້ງທ່າທົ່ງໄຫຫີນ-ຊຽງຂວາງ. ໄຊຊະນະຂອງບັ້ນຮົບດັ່ງກ່າວມີຄວາມໝາຍຍຸດທະສາດຕໍ່ການປະຕິວັດລາວ, ສ້າງການສົມທົບໃນບັ້ນບຸກໂຈມຕີຍຸດທະສາດປີ 1972 ຂອງທະຫານ ແລະປະຊາຊົນເຮົາໃນສະໜາມຮົບພາກໃຕ້ຫວຽດນາມ”. 

leftcenterrightdel
ສະຫາຍພົນຕີ ຈິ້ງວັນກວ໊ຽດ ອ່ານບົດລາຍງານສະເໜີຄຳແນະນຳທີ່ກອງປະຊຸມສຳມະນາ. ພາບ: qdnd.vn

ອ່ານບົດລາຍງານສະເໜີຄຳແນະນຳທີ່ກອງປະຊຸມສຳມະນາ, ສະຫາຍພົນຕີ ຈິ້ງວັນກວ໊ຽດ ຮອງຫົວໜ້າຄະນະຊີ້ນໍາກອງປະຊຸມສໍາມະນາ ຊີ້ອອກຢ່າງຈະແຈ້ງວ່າ: “ບັ້ນຮົບຈັ້ງທ່າທົ່ງໄຫຫີນ-ຊຽງຂວາງ ດຳເນີນແຕ່ວັນທີ 21 ພຶດສະພາຫາວັນທີ 15 ພະຈິກ 1972. ຜ່ານການຕໍ່ສູ້ 4 ເທື່ອ, ດ້ວຍ 244 ບັ້ນສູ້ຮົບໃຫຍ່ ແລະນ້ອຍ, ໃນເງື່ອນໄຂຫຍຸ້ງຍາກຂອງລະດູຝົນ, ແຕ່ທະຫານອາສາສະໝັກຫວຽດນາມ ພ້ອມດ້ວຍທະຫານ ແລະປະຊາຊົນລາວ ໄດ້ຕໍ່ສູ້ຢ່າງອົງອາດກ້າແກ່ນ, ພິລະອາດຫານຜ່ານຜ່າຫ່າລະເບີດ, ລູກປືນຂອງສັດຕູ, ຕີຖອຍບັ້ນບຸກໂຈມຕີຂອງສັດຕູເຂົ້າເຂດຈັ້ງທ່າ; ຮັກສາບໍລິເວນຍຸດທະສາດທົ່ງໄຫຫີນ-ຊຽງຂວາງໄວ້ໃຫ້ໝັ້ນຄົງ, ຮັບປະກັນໃຫ້ເຂດຖານທີ່ໝັ້ນຂອງການປະຕິວັດລາວ, ປະຕິບັດໜ້າທີ່ສົມທົບກັບສະໜາມຮົບພາຍໃນປະເທດຢ່າງທັນການ”.

leftcenterrightdel
ສະຫາຍພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສຳມະນາ. ພາບ: qdnd.vn
leftcenterrightdel
 ບັນດາຜູ້ແທນຖ່າຍຮູບລວມ. ພາບ: qdnd.vn

ຄະນະຈັດຕັ້ງກອງປະຊຸມສຳມະນາ ໄດ້ຮັບບົດປະກອບຄຳເຫັນກວ່າ 80 ບົດຂອງບັນດາສະຫາຍການນຳຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ, ກົມໃຫຍ່ເສນາທິການ; ການນຳບັນດາອົງການຂັ້ນສູນກາງ ແລະທ້ອງຖິ່ນ; ພະຍານຫຼັກຖານປະຫວັດສາດ, ນາຍ ແລະພົນທະຫານ, ນັກວິທະຍາສາດພາຍໃນ ແລະນອກກອງທັບ… ບັນດາບົດປະກອບຄໍາເຫັນໄດ້ສຸມໃສ່ອະທິບາຍຫຼາຍເນື້ອໃນຢ່າງລະອຽດ, ດ້ວຍແຫຼ່ງເອກະສານທີ່ອຸດົມສົມບູນ, ປະກອບສ່ວນຊີ້ແຈ້ງຫຼາຍບັນຫາກ່ຽວກັບທິດສະດີ ແລະພຶດຕິກຳຕົວຈິງ, ຢັ້ງຢືນຜົນສຳເລັດອັນພົ້ນເດັ່ນໃນການນຳພາ, ບໍລິຫານສົງຄາມປະຕິວັດຂອງພັກ. ຜ່ານນັ້ນ, ຖອດຖອນບົດຮຽນເພື່ອສືບທອດ, ໝູນໃຊ້ເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນໄລຍະປະຈຸບັນ; ພ້ອມທັງຮັດແໜ້ນສາຍພົວພັນສາມັກຄີມິດຕະພາບອັນຍິ່ງໃຫຍ່, ເປັນແບບຢ່າງທີ່ຫາຍາກລະຫວ່າງສອງພັກ, ສອງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ໃນຍຸກສະໄໝໃໝ່.

ໂດຍ: ເຈິ່ນຮວ່ຽນ