leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ, ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງຫວີ້ງຟຸກ. ພາບ: ຈ້ອງຫາຍ.

ເຖິງວ່າພະຍາດໂຄວິດ-19 ຜັນແປສັບສົນກໍ່ຕາມ, ແຕ່ອົງຄະນະພັກ, ອໍານາດການປົກຄອງ, ທະຫານ ແລະປະຊາຊົນແຂວງ  ຫວີ້ງຟຸກ ໄດ້ສາມັກຄີ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດຄາດໝາຍທັງປ້ອງກັນ, ຕ້ານພະຍາດຢ່າງມີປະສິດທິຜົນ ທັງຍູ້ແຮງການພັດທະນາເສດຖະກິດ, ສັງຄົມຢ່າງມີໄຊ. ທ່ານພົນເອກ ຟານວັນຢາງ ຮັບຮູ້ວ່າ ແຂວງຫວີ້ງຟຸກ ໄດ້ປະຕິບັດສໍາເລັດໜ້າທີ່ການປ້ອງກັນຊາດ, ການທະຫານທ້ອງຖິ່ນ, ພິເສດແມ່ນຈັດຕັ້ງການຝຶກຊ້ອມໄດ້ເປັນຢ່າງດີ, ໃນນັ້ນມີການຝຶກຊ້ອມເຂດປ້ອງກັນແຂວງປີ 2021.

ໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານໄດ້ມອບຂອງຂວັນ 750 ພູດ ໃຫ້ແກ່ເປົ້າໝາຍນະໂຍບາຍ, ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງຫວີ້ງຟຸກ; ພ້ອມທັງອວຍພອນໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນແຂວງຫວີ້ງຟຸກ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ 2022 ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສໍາເລັດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນບຸນເຕັດໃຫ້ອົງຄະນະພັກ, ອໍານາດການປົກຄອງແຂວງຮືງອຽນ. ພາບ: ຈ້ອງຫາຍ.

ເມື່ອຢ້ຽມຢາມ, ອວຍພອນປີໃໝ່ຢູ່ແຂວງຮືງອຽນ, ຕາງໜ້າພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຍ້ອງຍໍຊົມເຊີຍຜົນງານເຊິ່ງອົງຄະນະພັກ, ອໍານາດການປົກຄອງ, ທະຫານ ແລະປະຊາຊົນແຂວງຮືງອຽນ ບັນລຸໄດ້ໃນປີ 2021. ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດ 2022, ທ່ານພົນເອກ ຟານວັນຢາງ ອວຍພອນໃຫ້ພະນັກງານ, ສະມາຊິກພັກ, ປະຊາຊົນແຂວງຮືງອຽນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ຍາດໄດ້ຜົນງານໃໝ່ຫຼາຍຢ່າງ. ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ມອບຂອງຂວັນບຸນເຕັດ 750 ພູດ ໃຫ້ຄອບຄົວນະໂຍບາຍ, ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງຮືງອຽນ .

ໂດຍ: ທູຈາງ