leftcenterrightdel
ພົນໂທ ໂດ໊ກັນ ຮອງຫົວໜ້າກົມໃຫຍ່ການເມືອງ ລົງຢ້ຽມຢາມ ແລະອວຍພອນປີໃໝ່ຄະນະພັກເມືອງ, ຄະນະກໍາມະການປະຊາຊົນເມືອງໂກໂຕ. ພາບ: qdnd.vn.

ເມື່ອຢ້ຽມຢາມ, ກວດກາ, ອວຍພອນປີໃໝ່ທີ່ກອງບັນຊາການທະຫານເມືອງໂກໂຕ, ພົນໂທ ໂດ໊ກັນ ຕີລາຄາສູງໝາກຜົນທີ່ບັນລຸໄດ້ຂອງກົມກອງໃນປີ 2021; ວຽກງານກະກຽມບຸນປີໃໝ່ປະຈໍາຊາດ 2022. ພ້ອມກັນນັ້ນ, ພົນໂທ ໂດ໊ກັນ ຍັງຮຽກຮ້ອງວ່າ ຄະນະພັກ, ຜູ້ບັນຊາການກົມກອງສືບຕໍ່ຊາບຊຶມ, ຈັດຕັ້ງປະຕິບັດບັນດາຄໍາສັ່ງ, ມະຕິ ແລະເອກະສານແນະນໍາສະບັບຕ່າງໆຂອງຂັ້ນເທິງສໍາລັບວຽກງານການທະຫານ, ການປ້ອງກັນຊາດປີ 2022, ໜ້າທີ່ກຽມພ້ອມສູ້ຮົບ, ໜ້າທີ່ A2 ຂອງກົມກອງໃນບໍລິເວນຕັ້ງທັບຢ່າງເຂັ້ມງວດ. ເອົາໃຈໃສ່ເຖິງການເບິ່ງແຍງດູແລການດໍາລົງຊີວິດທາງດ້ານຈິດໃຈ ແລະວັດຖຸໃຫ້ແກ່ພະນັກງານ, ນັກຮົບໃນໂອກາດບຸນປີໃໝ່ປະຈໍາຊາດ ແລະປະຕິບັດວຽກງານນະໂຍບາຍ, ວຽກງານຂົນຂວາຍປະຊາຊົນໃຫ້ເປັນຢ່າງດີ.

leftcenterrightdel
ພົນໂທ ໂດ໊ກັນ ຮອງຫົວໜ້າກົມໃຫຍ່ການເມືອງ ມອບຂອງຂວັນໃຫ້ຄ້າຍທະຫານຊາຍແດນໂກໂຕ. ພາບ: qdnd.vn.

ເມື່ອລົງກວດກາວຽກງານກຽມພ້ອມສູ້ຮົບ ແລະລະດົມກໍາລັງໃຈພະນັກງານ, ນັກຮົບຄ້າຍທະຫານຊາຍແດນໂກໂຕ, ພົນໂທ ໂດ໊ກັນ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນທີ່ບັນລຸໄດ້ຂອງກົມກອງໃນປີ 2021 ແລະຮຽກຮ້ອງກົມກອງສືບຕໍ່ປະຕິບັດວຽກງານສົມທົບກັບບັນດາກໍາລັງທີ່ຕັ້ງທັບໃນບໍລິເວນເມືອງເປັນຢ່າງດີ, ປະຕິບັດວິທີການຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນທະເລໝູ່ເກາະຢ່າງມີປະສິດທິຜົນ.

ພົນໂທ ໂດ໊ກັນ ສະແດງຄວາມເຊື່ອໝັ້ນວ່າ ພະນັກງານ, ນັກຮົບຄ້າຍທະຫານຊາຍແດນໂກໂຕ ຈະເສີມຂະຫຍາຍມູນເຊື້ອ ເປັນກົມກອງວິລະຊົນກໍາລັງປະກອບອາວຸດປະຊາຊົນ, ພ້ອມທັງຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຄະນະພັກ, ຜູ້ບັນຊາການກົມກອງຜັນຂະຫຍາຍມາດຕະການຍົກສູງຄຸນນະພາບໃນການຊີ້ນໍານໍາພາວຽກງານທຸກດ້ານຢ່າງຂ້ຽວຂາດ, ປັບປຸງວຽກງານປ້ອງກັນຂອງປະຊາຊົນໃຫ້ນັບມື້ນັບໜັກແໜ້ນ, ປະກອບສ່ວນກໍ່ສ້າງເຂດທະເລໝູ່ເກາະໂກໂຕ ຮັ່ງມີທາງດ້ານເສດຖະກິດ, ໝັ້ນແກ່ນທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

leftcenterrightdel
ພົນໂທ ໂດ໊ກັນ ຮອງຫົວໜ້າກົມໃຫຍ່ການເມືອງ  ຖະຫວາຍທູບທຽນທີ່ອະນຸສາວະລີປະທານໂຮ່ຈີມິນ  ຢູ່ເກາະໂກໂຕ. ພາບ: qdnd.vn.

ໃນການປະຕິບັດງານ, ພົນໂທ ໂດ໊ກັນ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນທີ່ອະນຸສາວະລີປະທານໂຮ່ຈີມິນ; ຢ້ຽມຢາມອະນຸສອນສະຖານລຸງໂຮ່ ຢູ່ເກາະໂກໂຕ; ຢ້ຽມຢາມ ແລະອວຍພອນປີໃໝ່ຄະນະພັກເມືອງ, ຄະນະກໍາມະການປະຊາຊົນເມືອງໂກໂຕ (ແຂວງກວ້າງນິງ), ກອງພົນນ້ອຍ 242 (ທະຫານເຂດ 3).

ໂດຍ: ທູຈາງ