ພົນໂທ ຮວ່າງຊວນຈຽນ ຢັ້ງຢືນວ່າ ຫວຽດນາມ ແລະສະຫະພັນລັດເຊຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພິເສດແມ່ນສາຍໃຈອັນດີງາມເຊິ່ງການນໍາ ແລະປະຊາຊົນສອງປະເທດຍາມໃດກໍ່ເຄົາລົບ, ຮັກສາ ແລະພັດທະນາ. ພິເສດ, ຜົນສໍາເລັດຂອງການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ (ໃນລະຫວ່າງວັນທີ 29 ພະຈິກ ຫາວັນທີ 2 ທັນວາ ປີ 2021), ການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໃນຂອບເຂດການຢ້ຽມຢາມໄດ້ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ, ໃນນັ້ນການພົວພັນຮ່ວມມືດ້ານປ້ອງກັນຊາດສວມບົດບາດເປັນເສົາຄ້ຳ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn.

ໂດຍຮັບຮູ້ ແລະຕີລາຄາສູງການປະກອບສ່ວນທີ່ຕັ້ງໜ້າຂອງທ່ານພັນເອກ Roman Boytsov ໃນການປະຕິບັດໜ້າທີ່ຢູ່ຫວຽດນາມ, ພົນໂທ ຮວ່າງຊວນຈຽນ ຫວັງວ່າ ໃນຖານະຕໍາແໜ່ງປະຕິບັດງານໃດກໍ່ຕາມ, ພັນເອກ Roman Boytsov ຍາມໃດກໍ່ຮັກສານໍ້າໃຈອັນດີງາມທີ່ມີຕໍ່ປະເທດຊາດ, ຊາວຫວຽດນາມ ແລະສືບຕໍ່ປະກອບສ່ວນຕັ້ງໜ້າໃຫ້ການພົວພັນລະຫວ່າງສອງປະເທດເວົ້າລວມ, ລະຫວ່າງສອງກະຊວງປ້ອງກັນປະເທດເວົ້າສະເພາະ.

ພົນໂທ ຮວ່າງຊວນຈຽນ ຊົມເຊີຍພັນເອກ Govorov Alexey Arkadievich ມາຮັບໜ້າທີ່ທີ່ປຶກສາທູດປ້ອງກັນຊາດສະຫະພັນລັດເຊຍ ປະຈໍາ ຫວຽດນາມ; ທ່ານສະເໜີວ່າ ໃນຖານະຕໍາແໜ່ງໃໝ່, ພັນເອກ Govorov Alexey Arkadievich ສືບຕໍ່ເສີມຂະຫຍາຍຜົນໃນອາຍຸການຂອງພັນເອກ Roman Boytsov ແລະມີການສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອຜັນຂະຫຍາຍປະສິດທິຜົນບັນດາທິດທາງໃຫຍ່, ບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດບຸລິມະສິດໃນໄລຍະຈະມາເຖິງເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ເຫັນດີເປັນເອກະພາບທີ່ການພົບປະເຈລະຈາໃນວັນທີ 1 ທັນວາ ປີ 2021.

ໂດຍ: ຈາງຫງວຽນ