leftcenterrightdel
ທ່ານພົນຕີ ຈິ້ງວັນກວ໊ຽດ ມອບຂອງຂວັນໃຫ້ກອງບັນຊາການທະຫານແຂວງຕ່ຽນຢາງ. ພາບ: qdnd.vn

ເມື່ອຢ້ຽມຢາມ, ກວດກາຢູ່ກອງພົນນ້ອຍສື່ສານ 29, ກອງພົນນ້ອຍປືນໃຫຍ່ປ້ອງກັນອາກາດ 226, ກອງບັນຊາການທະຫານນະຄອນເກິນເທີ, ກອງບັນຊາການທະຫານແຂວງຕ່ຽນຢາງ, ກອງບັນຊາການທະຫານແຂວງເບ໊ນແຈ, ກອງບັນຊາການທະຫານຊາຍແດນແຂວງເບ໊ນແຈ, ທ່ານພົນຕີ ຈິ້ງວັນກວ໊ຽດ ໃສ່ໃຈວ່າບັນດາກົມກອງ ຄວນປະຕິບັດໜ້າທີ່ປະຈໍາການກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກໍາແໜ້ນສະພາບການໃນບໍລິເວນເພື່ອແກ້ໄຂບັນດາກໍລະນີຢ່າງທັນການ, ສົມທົບກັບບັນດາກໍາລັງຮັກສາສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ. ພ້ອມກັນນັ້ນ, ບັນດາກົມກອງຕ້ອງຮັບປະກັນ, ເອົາໃຈໃສ່ພະນັກງານ, ນັກຮົບທີ່ປະສົບຄວາມຫຍຸ້ງຍາກໃຫ້ຖືກຕາມລະບອບ, ນະໂຍບາຍໃນໂອກາດບຸນປີໃໝ່; ຈັດຕັ້ງຫຼາຍກິດຈະກໍາຫຼິ້ນບຸນປີໃໝ່ທີ່ມີຄວາມໝາຍໃຫ້ແກ່ທະຫານຕິດພັນກັບການປະຈໍາການກຽມພ້ອມສູ້ຮົບ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19; ສົມທົບກັບອໍານາດການປົກຄອງທ້ອງຖິ່ນ ເອົາໃຈໃສ່ເບິ່ງແຍງດູແລຄອບຄົວນະໂຍບາຍ, ຄອບຄົວປະສົບຄວາມຫຍຸ້ງຍາກ ແລະແນວຫຼັງກອງທັບ.

leftcenterrightdel
ທ່ານພົນຕີ ຈິ້ງວັນກວ໊ຽດ ຢ້ຽມຢາມ ແລະອວຍພອນປີໃໝ່ກໍາລັງທະຫານຊາຍແດນແຂວງເບ໊ນແຈ. ພາບ: qdnd.vn

ໄປຢ້ຽມຢາມ, ອວຍພອນປີໃໝ່ຢູ່ 4 ກົມກອງສັງກັດກົມໃຫຍ່ການເມືອງ ທີ່ຕັ້ງທັບຢູ່ນະຄອນເກິນເທີ, ລວມມີ: ໜັງສືພິມກອງທັບປະຊາຊົນ; ສູນກະຈາຍສຽງ-ໂທລະພາບກອງທັບ; ສໍານັກພິມຈໍາໜ່າຍກອງທັບ; ກົມປ້ອງກັນພາຍໃນກອງທັບ, ທ່ານພົນຕີ ຈິ້ງວັນກວ໊ຽດ ຮຽກຮ້ອງໃຫ້ບັນດາກົມກອງ ສືບຕໍ່ເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ບຸກທະລຸເຂົ້າໃນການຍົກສູງຄຸນນະພາບການປະຕິບັດໜ້າທີ່ການເມືອງ; ສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນກັບອໍານາດການປົກຄອງທ້ອງຖິ່ນ ແລະບັນດາກໍາລັງປະກອບອາວຸດທະຫານເຂດ 9 ໃນທຸກການເຄື່ອນໄຫວ; ສຸມໃສ່ວຽກງານກໍ່ສ້າງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ເປັນອົງການ, ກົມກອງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”...

ໂອກາດນີ້, ຄະນະປະຕິບັດງານຂອງກົມໃຫຍ່ການເມືອງ ກໍ່ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ທ່ານພົນເອກ ເລວັນຢຸ້ງ ອະດີດຫົວໜ້າກົມໃຫຍ່ການເມືອງ. ຕາງໜ້າການນໍາກົມໃຫຍ່ການເມືອງ, ທ່ານພົນຕີ ຈິ້ງວັນກວ໊ຽດ ໄດ້ອວຍພອນທ່ານພົນເອກ ເລວັນຢຸ້ງ ພ້ອມຄອບຄົວ ປີໃໝ່ຈົ່ງມີສຸຂະພາບແຂງແຮງ, ຍາມໃດກໍເປັນແບບຢ່າງທີ່ໃສແຈ້ງເພື່ອໃຫ້ພະນັກງານ, ສະມາຊິກພັກຮຸ່ນຕ່າງໆໃນກອງທັບປະຕິບັດຕາມ, ເສີມຂະຫຍາຍມູນເຊື້ອຄຸນທາດອັນດີງາມຂອງທະຫານລຸງໂຮ່.

ໂດຍ: ກວຽດເຕິມ