ກ່າວຄຳເຫັນທີ່ກອງປະຊຸມ, ພົນໂທ ເລຮຸຍວິ້ງ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມພ້ອມກັບໝາກຜົນບັນລຸໄດ້ຂອງສະຖາບັນປະຫວັດສາດການທະຫານຫວຽດນາມ ແລະທົ່ວຂະແໜງໃນປີ 2021. ໃນໄລຍະຈະມາເຖິງ, ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ຂະແໜງປະຫວັດສາດການທະຫານ ສືບຕໍ່ຊາບຊຶມມະຕິ, ຄຳສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຢ່າງເລິກເຊິ່ງ; ຍົກສູງຄວາມຮັບຮູ້, ຮັກສາຄຸນທາດການເມືອງ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານປະຫວັດສາດການທະຫານ.

leftcenterrightdel
ພົນໂທ ເລຮຸຍວິ້ງ ແລະຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ຮ່າໂນ້ຍ. ພາບ: ເຊິນບິ່ງ.

ຍູ້ແຮງວຽກງານເກັບກໍາເອກະສານ, ຮຽບຮຽງ ແລະສະຫຼຸບການເຄື່ອນໄຫວການທະຫານ, ການປ້ອງກັນຊາດ, ປະຫວັດສາດຂອງກຳລັງປະກອບອາວຸດໃນໄລຍະໃໝ່. ປະຕິບັດວຽກງານກວດກາ, ປະເມີນຜົນ, ສະຫຼຸບ, ຖອດຖອນບົດຮຽນເປັນຢ່າງດີ; ພົບເຫັນ ແລະແກ້ໄຂຂໍ້ຈຳກັດ, ຂໍ້ຂາດຕົກບົກພ່ອງໃນການປະຕິບັດໜ້າທ່ີວຽກງານປະຫວັດສາດການທະຫານ, ສະຫຼຸບວຽກງານດ້ານສົງຄາມໃຫ້ເປັນຢ່າງດີ. ເອົາໃຈໃສ່ກໍ່ສ້າງຂະແໜງປະຫວັດສາດການທະຫານໃນທຸກດ້ານ, ພິເສດແມ່ນວຽກງານກໍ່ສ້າງ, ບຳລຸງພະນັກງານປະຫວັດສາດການທະຫານ...

ໂດຍ: ແສງເດືອນ