leftcenterrightdel
ກອງບັນຊາການຕໍາຫຼວດທະເລຫວຽດນາມ ມອບໃບຍ້ອງຍໍໃຫ້ໝູ່ຄະນະທີ່ດີເດັ່ນ. ພາບ: qdnd.vn.

ໃນປີຜ່ານມາ, ບັນດາອົງການ, ກົມກອງໃນທົ່ວກໍາລັງຕໍາຫຼວດທະເລຫວຽດນາມ ໄດ້ສົມທົບກັບບັນດາອົງການສື່ມວນຊົນ ຍູ້ແຮງການໂຄສະນາກ່ຽວກັບບັນດາເນື້ອໃນ: ການເຄື່ອນໄຫວຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳລະເມີດຢູ່ທະເລ, ບັນດາການເຄື່ອນໄຫວວຽກງານຂົນຂວາຍປະຊາຊົນ, ນະໂຍບາຍ, ວຽກງານມະຫາຊົນ, ການເຄື່ອນໄຫວໂຄສະນາກົດໝາຍວ່າດ້ວຍຕໍາຫຼວດທະເລ, ປ້ອງກັນ, ຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ... ທີ່ລາຍການ, ການນໍາກອງບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ເນັ້ນໜັກວ່າ, ຜົນການໂຄສະນາຈາກບັນດາອົງການສື່ມວນຊົນໄດ້ປະກອບສ່ວນລະດົມກຳລັງໃຈພະນັກງານ, ນັກຮົບຕໍາຫຼວດທະເລໃນທຸກໜ້າທີ່, ເຜີຍແຜ່ຮູບພາບນັກຮົບຕໍາຫຼວດທະເລ. ເນື່ອງໃນໂອກາດນີ້, ກອງບັນຊາການຕໍາຫຼວດທະເລຫວຽດນາມ, ກອງບັນຊາການຕໍາຫຼວດທະເລເຂດ 3 ໄດ້ມອບໃບຍ້ອງຍໍໃຫ້ 9 ໝູ່ຄະນະ ແລະ 36 ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານໂຄສະນາກ່ຽວກັບການເຄື່ອນໄຫວຂອງກໍາລັງຕໍາຫຼວດທະເລ.

ໂດຍ: ຈາງຫງວຽນ