leftcenterrightdel
ກອງພົນນ້ອຍ 144 (ກົມໃຫຍ່ເສນາທິການ) ຮັກສາການລາດຕະເວນ, ເວນຍາມຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພຢູ່ສູນບັນຊາກະຊວງປ້ອງກັນປະເທດ. ພາບ: ຕ໊ວນຮຸຍ.

ຕາມນັ້ນແລ້ວ, ຄະນະພັກ, ຜູ້ບັນຊາການບັນດາອົງການ, ກົມກອງຄວນຊາບຊຶມ, ຜັນຂະຫຍາຍການປະຕິບັດບັນດາເອກະສານຊີ້ນໍາ, ແນະນໍາຂອງທຸກຂັ້ນກ່ຽວກັບການກຽມພ້ອມສູ້ຮົບ ແລະຈັດຕັ້ງບຸນປີໃໝ່ປະຈຳຊາດປີຂານຢ່າງເຂັ້ມງວດ; ກໍາແໜ້ນສະພາບການອົງການ, ກົມກອງ ແລະສະຖານທີ່ຕັ້ງທັບ, ເພີ່ມທະວີການຝຶກແອບບັນດາວິທີການຍົກສູງຄວາມສາມາດສົມທົບກັນລະຫວ່າງທຸກພາກສ່ວນ; ປະຕິບັດກົດລະບຽບເວນຍາມ, ຮັບປະກັນຄວາມປອດໄພໃຫ້ຄ້າຍທະຫານຢ່າງເຂັ້ມງວດ; ຮັກສາລະບອບເວນຍາມຖືກຕາມຂໍ້ກໍານົດ; ປະຕິບັດລະບອບລາຍງານຢ່າງເຂັ້ມງວດ. ບັນດາກົມກອງຄຸ້ມຄອງຈໍານວນພົນ, ອາວຸດອຸປະກອບ, ຊັບສິນ, ພື້ນຖານໂຄງລ່າງ; ຮັບປະກັນລະບອບ, ມາດຕະຖານບຸນເຕັດໃຫ້ທະຫານຢ່າງຖືກຕ້ອງ ແລະຄົບຖ້ວນ; ປະຕິບັດວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ປະຕິບັດນະໂຍບາຍສໍາລັບທະຫານ ແລະຄອບຄົວທະຫານເປັນຢ່າງດີ...

ໂດຍ: ຈາງຫງວຽນ