leftcenterrightdel
ທ່ານພັນເອກພິເສດ ຫວູແທ່ງວັນ (ເບື້ອງຂວາ) ທີ່ການເຮັດວຽກທາງໄກ. ພາບ: ເຟືອງລິງ.

leftcenterrightdel
ທ່ານພັນເອກພິເສດ ຫວູແທ່ງວັນ ແລະທ່ານ Jan Havranek ເປັນປະທານການເຮັດວຽກທາງໄກ. ພາບ: ເຟືອງລິງ.

ທີ່ການເຮັດວຽກ, ທ່ານພັນເອກພິເສດ ຫວູແທ່ງວັນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຍົກສູງການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານກັບ ສ.ເຊັກ, ໃນນັ້ນການພົວພັນຮ່ວມມືດ້ານປ້ອງກັນຊາດ ສວມບົດບາດສໍາຄັນ. ກະຊວງປ້ອງກັນປະເທດຫວຽດນາມ ຊົມເຊີຍເລື່ອງ ສ.ເຊັກ ເປີດຫ້ອງການທີ່ປຶກສາທູດປ້ອງກັນຊາດ ປະຈໍາ ສສ ຫວຽດນາມ (ແຕ່ເດືອນສິງຫາ ປີ 2020), ຜ່ານນັ້ນປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດສອງປະເທດ.  

leftcenterrightdel
ບັນຍາກາດທີ່ການເຮັດວຽກທາງໄກຢູ່ຮ່າໂນ້ຍ. ພາບ: ເຟືອງລິງ.

ສອງຝ່າຍເຫັນດີເປັນເອກະພາບຖືວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໃນໄລຍະຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ພິເສດແມ່ນໃນຂົງເຂດບໍາລຸງສ້າງ, ປ້ອງກັນອາກາດ-ທະຫານອາກາດ, ຄົ້ນຄວ້າວິທະຍາສາດ, ຖ່າຍທອດເຕັກໂນໂລຢີ, ອຸດສາຫະກໍາປ້ອງກັນຊາດ... ທ່ານ ຫວູແທ່ງວັນ ແລະທ່ານ Jan Havranek ສະເໜີ ໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ ແລະພົບປະທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ ເພື່ອເພີ່ມທະວີຄວາມເຂົ້າໃຈ, ຊຸກຍູ້ການຮ່ວມມື; ບໍາລຸງສ້າງ; ອຸດສາຫະກໍາປ້ອງກັນຊາດ; ວັດແທກຄຸນນະພາບ; ຮັກສາສັນຕິພາບ ສປຊ; ການຮ່ວມມືໃນຂອບເຂດສະຫະພາບເອີລົບ ແລະຢູ່ທີ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍ; ຊຸກຍູ້ການລົງນາມບັນດາເອກະສານ, ຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ ເພື່ອເປັນພື້ນຖານຜັນຂະຫຍາຍບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງ; ຄົ້ນຄວ້າຄວາມສາມາດສ້າງກົນໄກກຸ່ມປະຕິບັດງານສອງຝ່າຍກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ.

ໂດຍ: ກວຽດເຕິມ