ທີ່ການເຈລະຈາ, ຮອງລັດຖະມົນຕີສອງທ່ານ ຕີລາຄາສູງຄວາມມານະພະຍາຍາມຂອງທັງສອງຝ່າຍ, ຜ່ານຜ່າຜົນສະທ້ອນຈາກພະຍາດໂຄວິດ-19, ຜັນຂະຫຍາຍການຮ່ວມມືຢ່າງມີປະສິດທິຜົນບົນຈິດໃຈຜົນການເຈລະຈານະໂຍບາຍປ້ອງກັນຊາດ ຄັ້ງທີ 7 (ເດືອນພະຈິກ 2019) ໃນຫຼາຍຂົງເຂດ ຄື: ຮັກສາການເຄື່ອນໄຫວພົບປະແລກປ່ຽນ (ທັງຜ່ານທາງອອນລາຍ ແລະໂດຍກົງ), ຮັກສາສັນຕິພາບ ສປຊ, ການຮ່ວມມືຖ່າຍທອດວັດຖຸອຸປະກອນ ແລະເຕັກໂນໂລຢີປ້ອງກັນຊາດ, ຄວາມໝັ້ນຄົງທາງອິນເຕີເນັດ, ເສນາຮັກ, ຍົກສູງກໍາລັງຄວາມສາມາດປະຕິບັດກົດໝາຍບົນທະເລ ແລະການເຄື່ອນໄຫວສົມທົບກັນໃນເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນບັນດາກົນໄກ, ເວທີປາໄສ ໂດຍ ອາຊຽນ ຊັກນໍາ ຄື: ADMM+, ARF. 

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ Tsuchimichi Akihiro ທີ່ພິທີລົງນາມ. ພາບ: AP

ທ່ານຮອງລັດຖະມົນຕີ ຮວ່າງຊວນຈ໊ຽນ ຊົມເຊີຍເລື່ອງຍີ່ປຸ່ນ ສົມທົບ, ໜູນຊ່ວຍຫວຽດນາມ ໃນການຜັນຂະຫຍາຍກໍາລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ເຖິງຄະນະປະຕິບັດງານຂອງ ສປຊ; ສະເໜີກະຊວງປ້ອງກັນປະເທດຍີ່ປຸ່ນ ສືບຕໍ່ພິຈາລະນາ, ໜູນຊ່ວຍແກ້ໄຂຜົນຮ້້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ວັດຖຸລະເບີດ, ລ້າງພິດດີໂອຊິນ ທີ່ຍັງຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ; ທ່ານ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ສະໜັບສະໜູນຍີ່ປຸ່ນ ຕັ້ງໜ້າເຂົ້າຮ່ວມກົນໄກຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍ ໂດຍ ອາຊຽນ ສວມບົດບາດໃຈກາງ, ບົນພື້ນຖານຄວາມເຫັນດີເຫັນພ້ອມຂອງອາຊຽນ ແລະປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ພາຍຫຼັງການເຈລະຈາ, ຮອງລັດຖະມົນຕີສອງທ່ານໄດ້ເປັນປະທານຮ່ວມພິທີລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນຂົງເຂດເສນາຮັກ ແລະບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງອິນເຕີເນັດ ໂດຍພາຍໃຕ້ການເປັນສັກຂີພິຍານຂອງລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ.

ໂດຍ: ໄຊຊະນະ