ການຝຶກຊ້ອມດ້ວຍຫົວຂໍ້ “ການຮ່ວມມືຮັບປະກັນຄວາມປອດໄພໃຫ້ບັນດາການເຄື່ອນໄຫວເສດຖະກິດທະເລ ແລະການເດີນທະເລພົນລະເຮືອນ”. ການເດີນທາງເພື່ອຜັນຂະຫຍາຍການປະຕິບັດບັນດາໝາກຜົນທີ່ບັນລຸໄດ້ຢູ່ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 14 ທີ່ ຫວຽດນາມ ເປັນປະທານ, ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງອາຊຽນ-ລັດເຊຍ. ຜ່ານການເຄື່ອນໄຫວຝຶກຊ້ອມ, ຍົກສູງຄວາມສາມາດສົມທົບ, ຮ່ວມມືລະຫວ່າງທະຫານເຮືອຫວຽດນາມ ກັບທະຫານເຮືອບັນດາປະເທດທີ່ເຂົ້າຮ່ວມແກ້ໄຂບັນດາບັນຫາຄວາມໝັ້ນຄົງທາງການເດີນທະເລ; ເພີ່ມທະວີນໍ້າໃຈມິດຕະພາບ, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງກອງທັບ ແລະທະຫານເຮືອບັນດາປະເທດ, ປະກອບສ່ວນຕັ້ງໜ້າສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ.

leftcenterrightdel
ກໍາປັ່ນ 012-ຫຼີຖາຍໂຕ ອອກຈາກທ່າກໍາປັ່ນກາມແຣງ. ພາບ: qdnd.vn.

ເນື່ອງໃນໂອກາດນີ້, ນາຍທະຫານ, ລູກເຮືອກໍາປັ່ນ 012 ຈະຈັດຕັ້ງການຝຶກແອບເດີນທະເລໄລຍະທາງຍາວໄກເພື່ອແນໃສ່ຍົກສູງຄວາມສາມາດຈັດຕັ້ງການບັນຊາປະສານສົມທົບ, ຄວາມສາມາດກຽມພ້ອມສູ້ຮົບ, ລະດັບຄວາມຮູ້ໃນການເປັນເຈົ້າຂອງຍຸດໂທປະກອນໃນເງື່ອນໄຂການເຄື່ອນໄຫວໃນໄລຍະຍາວຢູ່ທະເລ, ສະສົມປະສົບການໃນການຈັດຕັ້ງເຫດການສາກົນຂອງທະຫານເຮືອປະຊາຊົນຫວຽດນາມ.

ໂດຍ: ຈາງຫງວຽນ