leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ການເຈລະຈາ. ພາບ: qdnd.vn.

ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຂອບໃຈ ແລະຕີລາຄາສູງຕໍ່ການສະໜັບສະໜູນຂອງກະຊວງປ້ອງກັນປະເທດສິງກະໂປ ຕໍ່ກັບການເຄື່ອນໄຫວ, ກອງປະຊຸມການທະຫານ-ການປ້ອງກັນຊາດໃນປີປະທານອາຊຽນ 2020 ຂອງຫວຽດນາມ, ໃນນັ້ນມີການອອກຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບໂລກລະບາດ, ຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດເພື່ອອາຊຽນ ສະໜິດຕິດແໜ້ນ ແລະເປັນເຈົ້າການຮັບມື ແລະພິເສດແມ່ນຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ADMM+ ກ່ຽວກັບວິໄສທັດຍຸດທະສາດຄວາມໝັ້ນຄົງຂອງ ADMM+. ສ່ວນທ່ານ Chan Heng Kee ຊົມເຊີຍ ແລະຕີລາຄາສູງຕໍ່ຫວຽດນາມ ທີ່ໄດ້ດໍາລົງຕໍາແໜ່ງປະທານອາຊຽນ ໃນປີ 2020 ສໍາເລັດຜົນ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: qdnd.vn.

ທີ່ການເຈລະຈາ, ສອງຝ່າຍໄດ້ຢັ້ງຢືນວ່າ ເຖິງວ່າພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນກໍ່ຕາມ ແຕ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາສືບຕໍ່ໄດ້ຮັບການຮັກສາ ແລະຜັນຂະຫຍາຍຢ່າງມີໄຫວພິບ, ເປັນເຈົ້າການດ້ວຍຮູບການທີ່ສອດຄ່ອງຕາມເນື້ອໃນທີ່ໄດ້ເຫັນດີເປັນເອກະພາບ, ບັນລຸໄດ້ຜົນງານຢ່າງຕັ້ງໜ້າ, ພົ້ນເດັ່ນແມ່ນການຮັກສາ ແລະເສີມຂະຫຍາຍກົນໄກກຸ່ມເຮັດວຽກລວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ແລະການເຈລະຈານະໂຍບາຍປ້ອງກັນຊາດ, ບໍາລຸງສ້າງ, ສົມທົບກັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນໃນເຫດການຫຼາຍຝ່າຍ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສິງກະໂປ ເອົາໃຈໃສ່, ສະໜັບສະໜູນ ແລະໜູນຊ່ວຍກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບວັກຊິນກັນພະຍາດໂຄວິດ-19 ຕາມຮູບການຮັບຊື້, ຢືມ, ມອບເປັນຂອງຂວັນ, ຖ່າຍທອດເຕັກໂນໂລຢີ... ກໍ່ຄືໜູນຊ່ວຍວັດຖຸອຸປະກອນການແພດ, ຢາປົວພະຍາດໂຄວິດ-19. ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບສະພາບຄວາມໝັ້ນຄົງຢູ່ພາກພື້ນ, ໃນໂລກ ແລະບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ.

ໂດຍ: ໄຊນີດາ