ທ່ານພັນເອກພິເສດ ຟ້າມຫ໋າຍເຈົາ ຮອງຫົວໜ້າຫ້ອງວ່າການຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບໄພທໍາມະຊາດ ແລະຊອກຫາກູ້ໄພ-ກູ້ຊີບ, ໃຫ້ຮູ້ວ່າ ເພື່ອຮັບມືກັບພາຍຸລູກທີ 7 ຝົນຕົກນ້ຳຖ້ວມ, ໃນຊຸມວັນຜ່ານມາ, ກະຊວງປ້ອງກັນປະເທດລະດົມພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວໄດ້ 380.000 ເທື່ອຄົນ ແລະວັດຖຸອຸປະກອນກວ່າ 3.000 ຢ່າງ, ໃນນັ້ນມີເຮືອບິນເຮລີກອັບແຕ ເພື່ອກຽມພ້ອມຊ່ວຍເຫຼືອປະຊາຊົນເມື່ອມີຄວາມຕ້ອງການ.

leftcenterrightdel
ທ່ານ ເລວັນແທ່ງ ຮອງນາຍົກລັດຖະມົນຕີຫວຽດນາມ, ຫົວໜ້າຄະນະຊີ້ນໍາເປັນປະທານກອງປະຊຸມ. ພາບ: qdnd.vn.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານ ເລວັນແທ່ງ ເນັ້ນໜັກວ່າ: ວຽກງານຊີ້ນໍາໃນການຮັບມືກັບພາຍຸລູກທີ 7 ທີ່ພະນັກງານ, ຂະແໜງການ ແລະອໍານາດການປົກຄອງທ້ອງຖິ່ນຜັນຂະຫຍາຍໃນຊຸມວັນຜ່ານມາ ນັ້ນແມ່ນປະຕິບັດໄດ້ດີພໍສົມຄວນ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຕັກເຕືອນເຖິງວຽກງານພະຍາກອນອຸຕຸນິຍົມອຸທົກກະສາດວ່າຕ້ອງສືບຕໍ່ເອົາໃຈໃສ່, ລົງທຶນໃສ່ວັດຖຸອຸປະກອນ, ສູ້ຊົນເຮັດວຽກງານພະຍາກອນໃຫ້ນັບມື້ນັບມີຄວາມຊັດເຈນສູງກວ່າ.

ທ່ານ ເລວັນແທ່ງ ສະເໜີວ່າ “ວຽກງານຊີ້ນໍາໃນການຮັບມືຕ້ອງແທດຈິງ, ໂດຍກົງ, ສະເໝີຕົ້ນສະເໝີປາຍຈາກລັດຖະບານລົງຮອດທ້ອງຖິ່ນ ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກໄພທໍາມະຊາດກໍ່ຂຶ້ນໃຫ້ຢູ່ໃນລະດັບຕໍ່າສຸດ. ບໍ່ໄດ້ລະເລີຍ, ປະໝາດໃນວຽກງານຮັບມືເຖິງວ່າພາຍຸລູກທີ 7 ຈະອ່ອນກຳລົງເປັນຄວາມດັນອາກາດຕ່ຳເຂດຮ້ອນ. ພ້ອມທັງກະກຽມກໍາລັງ, ພາຫະນະ, ວິທີຕ່າງໆເພື່ອຮັບມືກັບພາຍຸລູກຕໍ່ໄປທີ່ຢູ່ມະຫາສະມຸດປາຊີຟິກ (ເມື່ອພັດເຂົ້າມາທະເລຕາເວັນອອກຈະເປັນພາຍຸລູກທີ 8). ກວດກາກິດຈະການທີ່ສໍາຄັນ, ລະບົບຄັນຄູ, ຊົນລະປະທານ, ກະກຽມກໍາລັງ, ວັດຖຸ, ພາຫະນະເພື່ອກຽມພ້ອມແກ້ໄຂເມື່ອມີກໍລະນີເກີດຂຶ້ນ...”.

ໂດຍ: ເກື່ອງດັ້ງ