ທີ່ກອງປະຊຸມ, ຄະນະພັກການທະຫານສູນກາງໄດ້ພິຈາລະນາ, ປະກອບຄຳເຫັນກ່ຽວກັບເນື້ອໃນການສະເໜີປັບປຸງ, ເພີ່ມເຕີມຂໍ້ຕົກລົງສະບັບເລກທີ 59-QĐ/TW ຂອງກົມການເມືອງວ່າດ້ວຍກົງຈັກພັກໃນກອງທັບປະຊາຊົນຫວຽດນາມ ແລະຂໍ້ຕົກລົງສະບັບເລກທີ 61-QĐ/TW ຂອງຄະນະເລຂາທິການວ່າດ້ວຍກົງຈັກອົງການການເມືອງ ໃນກອງທັບປະຊາຊົນຫວຽດນາມ. ຄະນະພັກການທະຫານສູນກາງ ແລະຄະນະພັກທຸກຂັ້ນໃນທົ່ວອົງຄະນະພັກກອງທັບໄດ້ຊາບຊຶມ, ຈັດຕັ້ງປະຕິບັດຕາມຂໍ້ກໍານົດຂອງພັກຢ່າງເຂັ້ມງວດ ແລະມີປະສິດທິຜົນ, ຮັບປະກັນຮັກສາການນໍາພາຂອງພັກຕໍ່ກອງທັບ ແລະຍົກສູງປະສິດທິຜົນວຽກງານພັກ ແລະວຽກງານການເມືອງໃນກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມ. ພາບ: qdnd.vn.

ກໍ່ທີ່ກອງປະຊຸມ, ຄະນະພັກການທະຫານສູນກາງໄດ້ພິຈາລະນາ, ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບ 10 ປີແຫ່ງການປະຕິບັດມະຕິເລກທີ 06-NQ/TW ຂອງກົມການເມືອງວ່າດ້ວຍການກໍ່ສ້າງ ແລະພັດທະນາອຸດສາຫະກຳປ້ອງກັນຊາດ ເຖິງປີ 2020 ແລະຊຸມປີຕໍ່ໄປ.

ຄະນະພັກການທະຫານສູນກາງ ຕີລາຄາສູງຄວາມຮັບຜິດຊອບຂອງຄະນະຊີ້ນຳ, ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ແລະອົງການ, ກົມກອງທີ່ກ່ຽວຂ້ອງໄດ້ກະກຽມເນື້ອໃນຮັບໃຊ້ໃຫ້ແກ່ການສະຫຼຸບ 10 ປີແຫ່ງການປະຕິບັດມະຕິເລກທີ 06-NQ/TW ເປັນຢ່າງດີ, ພ້ອມທັງຊີ້ນຳກົມໃຫຍ່ອຸດສາກະກໍາປ້ອງກັນຊາດຮັບເອົາຄຳເຫັນປະກອບຂອງຄະນະພັກການທະຫານສູນກາງ, ກວດກາຄືນ, ປັບປຸງສໍາເນົາ ແລະເອກະສານທັງໝົດໃຫ້ສໍາເລັດຢ່າງຄົບຖ້ວນ ເພື່ອລາຍງານຕໍ່ກົມການເມືອງ.

ໂດຍ: ທະນາພອນ