ເຂົ້າຮ່ວມການພົບປະ ແລະການໂອ້ລົມສົນທະນາມີທ່ານພົນໂທ Alvaro Lopez Miera, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ, ທ່ານພົນຕີ Roberto Legra Sotolongo, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.

ທີ່ການພົບປະ ແລະການໂອ້ລົມສົນທະນາ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນຮ່ວມມືດ້ານປ້ອງກັນຊາດໃນໄລຍະຜ່ານມາ, ເໝາະສົມກັບເອກະສານ, ຂໍ້ຕົກລົງທີ່ສອງຝ່າຍໄດ້ລົງນາມ ກໍ່ຄືຄໍາໝັ້ນສັນຍາຂອງການນໍາຂັ້ນສູງສອງປະເທດ, ກາຍເປັນຂົງເຂດສໍາຄັນ, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ-ກູບາ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືກ່ຽວກັບການແລກປ່ຽນຄະນະຜູ້ແທນ, ການເຈລະຈາຂັ້ນສູງ, ອຸດສາຫະກໍາປ້ອງກັນຊາດ, ການສຶກສາກໍ່ສ້າງ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ເສນາຮັກ, ພ້ອມກັບຂົງເຂດທີ່ມີທ່າແຮງ ແລະຄວາມສາມາດບົ່ມຊ້ອນອື່ນ, ພິເສດແມ່ນການຮ່ວມມືດ້ານວຽກງານພັກ, ວຽກງານການເມືອງ, ໃນນັ້ນມີການລົງນາມບົດບັນທຶກຊ່ວຍຈໍາຮ່ວມມືໃນຂົງເຂດນີ້ກວ່າອີກ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ພາບ: qdnd.vn.

ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າຈະສ້າງ, ລົງນາມແຜນການຮ່ວມມື 5 ປີ ລະຫວ່າງເສນາຮັກສອງປະເທດ, ເພື່ອເປັນພື້ນຖານເປີດກວ້າງການຮ່ວມມືໃນຂົງເຂດໃໝ່, ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໂດຍໄວ. ເນື່ອງໃນໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຂອບໃຈກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ທີ່ໄດ້ໜູນຊ່ວຍຢາ, ສົ່ງນັກຊ່ຽວຊານໄປປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ. ທ່ານພົນໂທ ຮວ່າງຊວນຈ໊ຽນ ກໍ່ແຈ້ງໃຫ້ຊາບວ່າ ກະຊວງປ້ອງກັນປະເທດຫວຽດນາມ ຈະມອບແນວສາລີ 100 ໂຕນ ໃຫ້ປະຊາຊົນກູບາ, ພ້ອມກັບອຸປະກອນການແພດ ແລະງົບປະມານຈຳນວນໜຶ່ງເພື່ອໜູນຊ່ວຍປ້ອງກັນ, ຕ້ານໂຄວິດ-19 ໃຫ້ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ດ້ວຍມູນຄ່າທັງໝົດກວ່າ 10 ຕື້ດົ່ງ.

ທ່ານພົນໂທ Alvaro Lopez Miera ກໍ່ແຈ້ງໃຫ້ຊາບວ່າ ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ຈະມອບວັກຊິນ Abdala ຈໍານວນ 150 ພັນ ໂດສ ໃຫ້ແກ່ກະຊວງປ້ອງກັນປະເທດຫວຽດນາມ, ພ້ອມທັງສະໜອງຢາໜູນຊ່ວຍປ້ອງກັນພະຍາດໂຄວິດ-19. ສິ້ນສຸດການໂອ້ລົມສົນທະນາ, ສອງຝ່າຍໄດ້ລົງນາມແຜນການຮ່ວມມືດ້ານປ້ອງກັນຊາດ 3 ປີ ໄລຍະ 2020-2022.

ໂດຍ: ຈາງຫງວຽນ