ກ່າວຄໍາເຫັນເປີດກອງປະຊຸມ, ທ່ານພົນເອກ Airbull Suttiwan ເນັ້ນໜັກວ່າ ຫົວຂໍ້ “ຫັນຄວາມສາມາດ ແລະການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍໃໝ່ໃຫ້ດີທີ່ສຸດ” ຂອງ AACC-18 ໄດ້ຍົກອອກໃນສະພາບການທີ່ພາກພື້ນອາຊຽນ ກໍາລັງປະເຊີນໜ້າກັບໄພຂົ່ມຂູ່ຈາກພະຍາດໂຄວິດ-19, ໄພທໍາມະຊາດ ແລະການບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ.

leftcenterrightdel
ທ່ານພົນຕີ ຫວູວັນຄາ ເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ທີ່ກອງປະຊຸມ, ທ່ານພົນຕີ ຫວູວັນຄາ ສະເໜີໃຫ້ເພີ່ມທະວີກໍາລັງແຮງສັງລວມຂອງກໍາລັງທະຫານອາກາດບັນດາປະເທດອາຊຽນ ໃນການຮັບມືກັບໄພທໍາມະຊາດ, ພະຍາດ ແລະສິ່ງທ້າທາຍໃໝ່ກ່ຽວກັບຄວາມໝັ້ນຄົງໃນພາກພື້ນບົນຈິດໃຈສາມັກຄີ, ຮ່ວມມື. ຄຽງຂ້າງນັ້ນ, ກໍາລັງທະຫານອາກາດບັນດາປະເທດອາຊຽນ ຄວນຊຸກຍູ້ເປັນປະຈໍາກ່ຽວກັບການປະຕິບັດກົນໄກທາບທາມຄວາມເຫັນເພື່ອແນໃສ່ຍົກອອກເນື້ອໃນການຮ່ວມມືທີ່ແທດຈິງ; ປະຕິບັດການເຄື່ອນໄຫວລວມຢ່າງມີຄວາມຮັບຜິດຊອບ ແລະມີປະສິດທິຜົນ. ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ ປາດຖະໜາຢາກຊຸກຍູ້ການເຄື່ອນໄຫວຮ່ວມມືສອງຝ່າຍກັບກໍາລັງທະຫານອາກາດບັນດາປະເທດອາຊຽນ ໃນຂົງເຂດການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະແລກປ່ຽນນາຍທະຫານໜຸ່ມ, ການສຶກສາ-ກໍ່ສ້າງ...

ໂດຍ: ຈາງຫງວຽນ