ນີ້ແມ່ນໝູ່ຄະນະ, ສ່ວນບຸກຄົນໃນໄລຍະຜ່ານມາໄດ້ມານະພະຍາຍາມ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຍາມໃດກໍ່ປະຈັນບານ, ຢູ່ດ່ານໜ້າປະຕິບັດໜ້າທີ່, ມີຫຼາຍຜົນງານດີເລີດ, ປະກອບສ່ວນສໍາຄັນພ້ອມກັບອໍານາດການປົກຄອງ, ປະຊາຊົນທ້ອງຖິ່ນ ແລະກ້ອນກໍາລັງໃນທົ່ວປະເທດ ຄວບຄຸມ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນເທື່ອລະກ້າວ. ລາງວັນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ແມ່ນການໃຫ້ກຳລັງໃຈຢ່າງທັນການເພື່ອໃຫ້ພະນັກງານ, ພາລະກອນ, ນັບຮົບໃນທົ່ວກອງທັບສືບຕໍ່ເສີມຂະຫຍາຍນໍ້າໃຈຮັບຜິດຊອບ, ຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສໍາເລັດໜ້າທີ່ປ້ອງກັນ, ຕ້ານພະຍາດໂຄວິດ-19 ເປັນຢ່າງດີ ແລະໜ້າທີ່ອື່ນທີ່ໄດ້ມອບໝາຍໃຫ້.

leftcenterrightdel
ທ່ານພົນໂທ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ພາບ: qdnd.vn

ໃນຈໍານວນໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເລີດ ໂດຍລັດຖະມົນຕີກະຊວງປ້ອງກັນປະເທດ ມອບໃບຍ້ອງຍໍໃນຄັ້ງນີ້, ໜັງສືພິມກອງທັບປະຊາຊົນ ເປັນກຽດມີ 1 ໝູ່ຄະນະ ແລະບຸກຄົນ 3 ຄົນ.

ໂດຍ: ເກື່ອງດັ້ງ