ທີ່ກອງປະຊຸມສໍາມະນາ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາສູງການພັດທະນາເປັນປົກກະຕິ, ຍືນຍົງ ແລະມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ ໃນໄລຍະຜ່ານມາ, ສອງຝ່າຍໄດ້ປຶກສາຫາລືບັນດາແຜນນະໂຍບາຍ, ມາດຕະການເຮັດໃຫ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ; ເນັ້ນໜັກເຖິງບັນດາການເຄື່ອນໄຫວແທດຈິງເຊິ່ງຫວຽດນາມ ແລະອິນເດຍ ໄດ້ສະໜັບສະໜູນເຊິ່ງກັນ ແລະກັນໃນສະພາບພະ​ຍາດ​ໂຄວິດ-19.

leftcenterrightdel
ທ່ານພົນຈັດຕະວາ ຮສຈ. ປອ. ຫວູເກືອງກວ໊ຽດ ເປັນປະທານກອງປະຊຸມສໍາມະນາຢູ່ຮ່າໂນ້ຍ. ພາບ: ຫງວຽນຫາຍ.

ທ່ານພົນຈັດຕະວາ ຮສຈ. ປອ. ຫວູເກືອງກວ໊ຽດ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ເຖິງວ່າສະພາບພາກພື້ນ, ສາກົນທີ່ມີການຜັນແປສັບສົນຫຼາຍຢ່າງ ແລະຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນລະຫວ່າງສອງປະເທດຍັງພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ. ໃນນັ້ນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນໜຶ່ງໃນບັນດາເສົາຄໍ້າທີ່ສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ. ກອງປະຊຸມສໍາມະນາຄັ້ງນີ້ຈະແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນບັນດາບັນຫາທີ່ແທດຈິງ, ຕອບສະໜອງບັນດາແຜນນະໂຍບາຍ ແລະມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ສອດຄ່ອງກັບສະພາບການຂອງແຕ່ລະຝ່າຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ຫງວຽນຫາຍ.

ສ່ວນທ່ານພົນຕີ ປອ V.K Ahluwalia ໄດ້ຕີລາຄາສູງບັນດາແຜນນະໂຍບາຍ, ມາດຕະການຂອງລັດຖະບານຫວຽດນາມ ໃນການຄວບຄຸມພະຍາດໂຄວິດ-19, ໃນນັ້ນມີການປະກອບສ່ວນອັນໃຫຍ່ຫຼວງຂອງກອງທັບປະຊາຊົນຫວຽດນາມ. ທ່ານສະແດງຄວາມເຊື່ອໝັ້ນວ່າການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດຈະໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ໂດຍ: ເກື່ອງດັ້ງ