ການເສັງດັ່ງກ່າວແມ່ນເພື່ອແນໃສ່ສຶກສາອົບຮົມມູນເຊື້ອ, ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນອັນໃຫຍ່ຫຼວງຂອງນັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດໃນພາລະກິດປົກປັກຮັກສາເຂດນ່ານຟ້າຂອງປະເທດຊາດ; ພ້ອມທັງເປັນການເພີ່ມເຕີມແຫຼ່ງເອກະສານໃຫ້ມີຄວາມອຸດົມສົມບູນ ເພື່ອສືບຕໍ່ປັບປຸງປຶ້ມປະຫວັດສາດຂອງເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດໃຫ້ມີຄວາມສົມບູນ. ເນື້ອໃນການເສັງໄດ້ສຸມໃສ່: ແບບຢ່າງທີ່ມີການປະກອບສ່ວນ, ການເສຍສະຫຼະຊີວິດເພື່ອຊາດຂອງນັກວິລະຊົນ, ນັກຮົບໃນທົ່ວເຫຼົ່າທັບ; ອະນຸສອນໃນການກະກຽມການສູ້ຮົບ ແລະດຳເນີນການສູ້ຮົບ, ການດໍາລົງຊີວິດ, ການຮໍ່າຮຽນຂອງທະຫານປ້ອງກັນອາກາດ-ທະຫານອາກາດ... ຄາດຄະເນວ່າ, ຄະນະຈັດຕັ້ງຈະມອບລາງວັນເນື່ອງໃນໂອກາດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ເດືອນ ຕຸລາ 2023.

ໂດຍ: ເຈິ່ນຮວ່ຽນ