ການຈັດສົ່ງກອງທັບເຂົ້າຮ່ວມພາລະກໍາຮັກສາສັນຕິພາບຂອງ ສປຊ ບໍ່ພຽງແຕ່ແມ່ນໜ້າທີ່ການທະຫານເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ປະຊາຄົມສາກົນ, ພິເສດແມ່ນຕໍ່ໜ້າສິ່ງທ້າທາຍຂອງພະຍາດໂຄວິດ-19 ທີ່ພວມແຜ່ລະບາດຢູ່ໃນໂລກອີກດ້ວຍ.

ສະເໝີຕົ້ນສະເໝີປາຍຕໍ່ກັບຄຳໝັ້ນສັນຍາຮັກສາສັນຕິພາບ

ຕາມທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ແລ້ວ, ໃນຖານະເປັນສະມາຊິກ ສປຊ ແລະເປັນກໍາມະການບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ປະຕິບັດໜ້າທີ່ຂອງຕົນ ແລະໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນກ່ຽວກັບທັດສະນະ ກໍ່ຄືການເຂົ້າຮ່ວມບັນດາກິດຈະກຳຮັກສາສັນຕິພາບ. ນີ້ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ປະຕິບັດພັນທະ ແລະເພື່ອໃຫ້ເພື່ອນມິດສາກົນຮູ້ຈັກເຖິງວັດທະນະທຳ ຫວຽດນາມ ຢ່າງກວ້າງຂວາງ.

leftcenterrightdel
ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ. ພາບ: giaoducthoidai.vn.

ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ ໃຫ້ຮູ້ວ່າ: “ຫວຽດນາມ ມີພື້ນຖານສັນຕິພາບຢ່າງສົມບູນ ແລະພວກເຮົາມີກາລະໂອກາດທີ່ດີກວ່າ ເພື່ອປະຕິບັດພັນທະຂອງຕົນຕໍ່ປະເທດອື່ນໆ, ພິເສດແມ່ນບັນດາປະເທດອາຟະລິກາ ແລະອາເມລິກາລາຕິນ, ບັນດາປະເທດທີ່ໄດ້ໜູນຊ່ວຍພວກເຮົາໃນການຕໍ່ສູ້ປົດປ່ອຍຊາດ ແລະປົກປັກຮັກສາສັນຕິພາບ.

ບັນດາປະເທດເຫລົ່ານີ້ຍັງຖືກຜົນຮ້າຍຢ້ອນຫຼັງຈາກການປະທະກັນ ແລະສິ່ງທ້າທາຍບໍ່ແມ່ນການທະຫານ. ເຂົາເຈົ້າຄອຍຖ້າທີ່ສຸດເຖິງການໜູນຊ່ວຍຈາກປະຊາຄົມສາກົນ. ບໍ່ແມ່ນວ່າໃນມໍ່ໆມານີ້, ຫວຽດນາມ ຈຶ່ງມີຄວາມມຸ່ງຫວັງຢາກເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ. ຄວາມຈິງແລ້ວ, ນັບແຕ່ປີ 1946, ປະທານໂຮ່ຈີມິນ ໄດ້ສົ່ງຈົດໝາຍເຖິງ ສປຊ ເພື່ອສະແດງຄວາມປາດຖະໜາຢາກໃຫ້ ຫວຽດນາມ ກາຍເປັນສະມາຊິກຂອງອົງການນີ້. ໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ, ການຈັດສົ່ງກອງທັບເຂົ້າຮ່ວມການຮັກສາສັນຕິພາບຂອງ ສປຊ ໄດ້ຊ່ວຍໃຫ້ພວກເຮົາຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສິ່ງທ້າທາຍບໍ່ແມ່ນການທະຫານ ແລະສິ່ງທ້າທາຍຕ່າງໆ.

ສືບຕໍ່ຮັກສາໂຮງໝໍສະໜາມ

ໃນສະພາບພະຍາດໂຄວິດ-19 ສືບຕໍ່ແຜ່ລະບາດຢູ່ຊູດັງໃຕ້, ສ.ອາຟະລິກາກາງ ແລະບັນດາປະເທດອາຟະລິກາ ທີ່ທຸກຍາກຕ່າງໆ, ແຕ່ນາຍທະຫານຮັກສາສັນຕິພາບຫວຽດນາມ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ປະກອບສ່ວນເຫື່ອແຮງໜູນຊ່ວຍປະຊາຊົນຢູ່ປະເທດເຫຼົ່ານັ້ນ.

ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ ໃຫ້ຮູ້ວ່າ: ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງສຳລັບພວກເຮົາ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໃຫ້ຄຳໝັ້ນສັນຍາຕໍ່ ສປຊ ວ່າ ຈະສືບຕໍ່ສົ່ງນາຍທະຫານ ແລະຈັດໂຮງໝໍສະໜາມຂັ້ນ 2 ຢູ່ຊູດັງໃຕ້.

ນີ້ແມ່ນຄຳໝັ້ນສັນຍາດ້ານການເມືອງເຊິ່ງຫວຽດນາມ ໄດ້ປະຕິບັດຕໍ່ກັບ ສປຊ. ຫວ່າງແລ້ວນີ້ສະພາຄວາມໝັ້ນຄົງໄດ້ລົງຄະແນນສຽງເພື່ອຕໍ່ກໍານົດເວລາເຄື່ອນໄຫວການຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້ ແລະສະເໜີຫວຽດນາມ ສືບຕໍ່ໃຫ້ໂຮງໝໍສະໜາມເຄື່ອນໄຫວຕື່ມອີກ 5 ປີ. ຫວຽດນາມ ຕ້ອງກະກຽມໃຫ້ດີທີ່ສຸດເພື່ອປະຕິບັດຄຳໝັ້ນສັນຍາຂອງຕົນ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກເຮົາຢັ້ງຢືນຄຳໝັ້ນສັນຍາທີ່ມີຄວາມຮັບຜິດຊອບ ແລະພິສູດໃຫ້ເຫັນວ່າຫວຽດນາມ ມີວິວັດທະນາການປະຕິບັດພັນທະຂອງຕົນຕໍ່ ສປຊ, ມວນມະນຸດ ແລະພິເສດແມ່ນບັນດາປະເທດອາຟະລິກາ ໃນບໍ່ວ່າສະຖານະການໃດ.

ແພດທະຫານຫວຽດນາມ ໄດ້ຮັບການຝຶກອົບຮົມຕື່ມອີກ ເພື່ອອັບເດດຄວາມຮູ້ ແລະປະສົບການໃນການປ້ອງກັນ, ຕ້ານພະຍາດ,  ມີບາງຄົນຖືກສົງໃສວ່າຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປິ່ນປົວຢູ່ໂຮງໝໍສະໜາມຂອງຫວຽດນາມ ຢູ່ຊູດັງໃຕ້. ດ້ວຍຄວາມມານະພະຍາຍາມບໍ່ຮູ້ອິດຮູ້ເມື່ອຍ, ບັນດານາຍທະຫານຮັກສາສັນຕິພາບໄດ້ໂຄສະນາ, ຂົນຂວາຍປະຊາຊົນເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະປະຕິບັດບັນດາມາດຕະການສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດ.

ຮັບປະກັນຄວາມປອດໄພໃນທຸກສະຖານະການ

ນອກຈາກນັ້ນ, ບັນດາພະນັກງານຮັກສາສັນຕິພາບຂອງຫວຽດນາມ ກໍ່ໄດ້ກະກຽມແຜນການຮັບມືຕໍ່ທຸກສະຖານະການທີ່ຫຍຸ້ງຍາກ ຄື: ພະຍາດ ເອໂບລາ, ໂລກເອດ ແລະພະຍາດຕິດແປດອື່ນໆຢູ່ອາຟະລິກາ. ຕາມທ່ານພົນຈັດຕະວາ ຮວ່າງກິມຟຸ້ງ ແລ້ວ, ເປົ້າໝາຍສຸງສຸດແມ່ນຮັບປະກັນຄວາມປອດໄພໃຫ້ພົນທະຫານຫວຽດນາມ ແລະຄົນອື່ນໆໃນໄລຍະປະຕິບັດງານຢູ່ໂຮງໝໍ. ແພດໝໍ ແລະພະນັກງານທຸກຄົນທີ່ປະຕິບັດໜ້າທີ່ໃນຄັ້ງນີ້ໄດ້ຮັບການສັກວັກຊິນກັນໂຄວິດ-19 ກ່ອນທີ່ອອກເດີນທາງ. ສຳລັບຜູ້ບໍ່ທັນກວດວິເຄາະຫາເຊື້ອພະຍາດເທື່ອທີສອງ ຈະໄດ້ກວດວິເຄາະຫາເຊື້ອພະຍາດຕື່ມອີກຢູ່ປະເທດເຈົ້າພາບ.

ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ ກໍ່ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າໄດ້ກະກຽມຢ່າງຮອບຄອບຖີ່ຖ້ວນ ແລະເຮັດວຽກຕາມບັນດາແຜນການທີ່ແຕກຕ່າງກັນເພື່ອກຽມພ້ອມຈະຮັບມືກັບທຸກສະຖານະການທີ່ຜິດປົກກະຕິ. ຂ້າພະເຈົ້າຫວັງວ່າ ນາຍທະຫານຮັກສາສັນຕິພາບຂອງຫວຽດນາມ ຈະສ້າງບັນດາບາດກ້າວບຸກທະລຸໃໝ່. ໃນຄໍາໝັ້ນສັນຍາຂອງພວກເຮົາຕໍ່ ສປຊ ບໍ່ມີວຽກງານກວດວິເຄາະຫາເຊື້ອພະຍາດໂຄວິດ-19, ແຕ່ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ແພດທະຫານທີ່ໄປໃນຄັ້ງນີ້ຕ້ອງມີຄວາມສາມາດໃນການກວດວິເຄາະຫາເຊື້ອພະຍາດໂຄວິດ-19, ບໍ່ພຽງແຕ່ເກັບຕົວຢ່າງ ແລະສົ່ງໄປກວດວິເຄາະຢູ່ບ່ອນອື່ນເທົ່ານັ້ນ.

ຂ້າພະເຈົ້າກໍ່ຫວັງວ່າ ເຂົາເຈົ້າມີຄວາມສາມາດໃນການຄຸ້ມຄອງເຂດຈໍາກັດບໍລິເວນຄົນທີ່ສົງໄສຕິດເຊື້ອພະຍາດໂຄວິດ-19, ເພື່ອສະກັດກັ້ນການແຜ່ລະບາດເຊື້ອໄວຣັດລະຫວ່າງຄົນເຈັບກັບແພດໝໍ ແລະພະນັກງານການແພດ. ຂ້າພະເຈົ້າກໍ່ຫວັງວ່າ ຖັນແຖວດັ່ງກ່າວຈະປະກອບຫຼາຍແນວຄວາມຄິດ ແລະມາດຕະການກ່ຽວກັບການປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ-19 ຢູ່ແຫ່ງທີ່ເຂົາເຈົ້າປະຕິບັດໜ້າທີ່ກວ່າອີກ”.

ໂດຍ: ທະນາພອນ