ທີ່ກອງປະຊຸມ, ທ່ານພົນຈັດຕະວາ ຖ໊າຍວັນມີງ ແລກປ່ຽນຂໍ້ມູນກ່ຽວກັບວຽກງານກະກຽມຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອສາມາດເປັນເຈົ້າພາບຈັດ 2 ລາຍການແຂ່ງຂັນ “ນັກຍິງບັ່ນທອນ” ແລະ “ເຂດເກີດອຸບັດເຫດ” ໃນຂອບເຂດ Army Games 2021. ຕາມນັ້ນແລ້ວ, ເວລາ ແລະວຽກງານຈັດຕັ້ງສອງລາຍການດັ່ງກ່າວຈະປະຕິບັດຖືກຕາມທຳນຽມ ແລະຂໍ້ກໍານົດຂອງ Army Games, ບົນພື້ນຖານທີ່ເໝາະສົມກັບສະພາບຕົວຈິງ.

leftcenterrightdel
ທ່ານພົນຈັດຕະວາ ຖ໊າຍວັນມີງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ຫຼາຍກິດຈະກຳດ້ານວັດທະນະທຳ-ສິລະປະ, ກິລາກາຍະກໍາຄາດວ່າຈະໄດ້ຈັດຢູ່ນອກການແຂ່ງຂັນກິລາການທະຫານສາກົນ, ຄື: ການວາງສະແດງວັດທະນະທຳຢູ່ເຮືອນມິດຕະພາບ, ການສະແດງສິລະປະ... ການເຂົ້າຮ່ວມ Army Games 2021 ແລະການກະກຽມທຸກດ້ານ ເພື່ອເປັນເຈົ້າພາບຈັດຕັ້ງສອງລາຍການໃນຂອບເຂດງານແຂ່ງຂັນກິລາການທະຫານສາກົນສຳເລັດຜົນສືບຕໍ່ເປັນການຢັ້ງຢືນຄວາມຕັດສິນໃຈ, ອິດທິພົນຊື່ສຽງ ແລະຜົນສຳເລັດຂອງຫວຽດນາມ ເວົ້າລວມ, ກອງທັບປະຊາຊົນຫວຽດນາມ ເວົ້າສະເພາະກ່ຽວກັບການປະຕິບັດ “ເປົ້າໝາຍຄວຍຄູ່” ໃນສະພາບພະຍາດໂຄວິດ-19.

ຕາມຂໍ້ມູນຈາກກະຊວງປ້ອງກັນປະເທດລັດເຊຍ, Army Games 2021 ຄາດວ່າຈະດໍາເນີນໃນລະຫວ່າງວັນທີ 22 ສິງຫາ ຫາວັນທີ 4 ກັນຍາ. Army Games 2021 ມີ 277 ທີມທີ່ມາຈາກຈາກ 41 ປະເທດ ແລະເຂດແຄວ້ນຈະເຂົ້າຮ່ວມການແຂ່ງຂັນ 34 ລາຍການ.

ໂດຍ: ກວຽດເຕິມ