ທີ່ການເຮັດວຽກ, ທ່ານພົນຕີ ຫວູຫ໋າຍສ໋ານ ຕີລາຄາສູງຕໍ່ຄວາມມານະພະຍາຍາມໃນການປ້ອງກັນ ແລະຕ້ານພະຍາດຂອງຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນຢູ່ທ້ອງຖິ່ນ, ພ້ອມທັງຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ພ້ອມແລ້ວທີ່ຈະລະດົມກໍາລັງ, ພື້ນຖານດ້ານວັດຖຸ, ອຸປະກອນການແພດເພື່ອຊ່ວຍເຫຼືອທ້ອງຖິ່ນປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ໃນນັ້ນມີແຂວງບັກນິງ. ທ່ານພົນຕີ ຫວູຫ໋າຍສ໋ານ ເນັ້ນໜັກວ່າ ໃນປັດຈຸບັນ, ສະພາບພະຍາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ, ສະນັ້ນຈຶ່ງຮຽກຮ້ອງໃຫ້ກອງບັນຊາການທະຫານແຂວງ, ໂຮງໝໍກອງທັບ 110 (ທະຫານເຂດ 1) ຕ້ອງສືບຕໍ່ເປັນເສນາທິການໃຫ້ການນໍາແຂວງເປັນເຈົ້າການກ່ຽວກັບວິທີການປ້ອງກັນ, ຕ້ານພະຍາດໂຄວິດ-19; ຍູ້ແຮງວຽກງານໂຄສະນາ, ຊາບຊຶມທິດນໍາທີ່ວ່າ “ຕ້ານພະຍາດຄືຕ້ານສັດຕູ”. ກໍາລັງປະກອບອາວຸດແຂວງບັກນິງ ຕ້ອງຮັກສາການເວນຍາມກຽມພ້ອມສູ້ຮົບ, ປ້ອງກັນ, ຕ້ານພະຍາດໂຄວິດ-19, ຮັບປະກັນຄວາມປອດໄພໃນການປະຕິບັດໜ້າທີ່...

leftcenterrightdel
ທ່ານພົນຕີ ຫວູຫ໋າຍສ໋ານ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn

ທ່ານພົນຕີ ຫວູຫ໋າຍສ໋ານ ໄດ້ມອບໝາຍໃຫ້ທະຫານເຂດ 1, ກອງບັນຊາການທະຫານແຂວງບັກນິງ ກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການໃຫ້ຖືກຕ້ອງ, ສົມທົບກັບກົມກອງຕ່າງໆໃນບໍລິເວນແຂວງ, ເປັນເສນາທິຫານໃຫ້ແກ່ກະຊວງປ້ອງກັນປະເທດ ຊີ້ນໍາການລະດົມກໍາລັງ, ວັດຖຸອຸປະກອນການແພດ, ນໍາໃຊ້ຄ້າຍທະຫານເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ຖືກຕາມການກໍານົດ...

ໂດຍ: ທູຈາງ