leftcenterrightdel
ພິທີມອບຮັບອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ປະເທດເພື່ອນລາວ. ພາບ: ຢຸຍວັນ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໋ງ ຮອງຫົວໜ້າ, ທັງເປັນຫົວໜ້າເສນາທິການກົມໃຫຍ່ພະລາທິການ ເນັ້ນໜັກວ່າ “ພ້ອມກັບການຊ່ວຍເຫຼືອທາງດ້ານອຸປະກອນການແພດ, ຊ່ຽວຊານແພດທະຫານຫວຽດນາມ ໃນຂົງເຂດ: ປ້ອງກັນ, ຕ້ານພະຍາດ, ວິໄຈກວດຫາເຊື້ອພະຍາດ, ປິ່ນປົວພະຍາດ... ເຊິ່ງແມ່ນບັນດາສະຫາຍທີ່ມີບົດຮຽນ ໃນການເປັນເສນາທິການ, ຊີ້ນໍາ, ແນະນໍາ, ຈັດຕັ້ງປະຕິບັດການປ້ອງກັນ, ຕ້ານພະຍາດໂຄວິດ-19, ພ້ອມແລ້ວທີ່ຈະຊ່ວຍເຫຼືອແບ່ງປັນກັບເພື່ອນລາວ ກ່ຽວກັບວຽກງານຈັດຕັ້ງ, ບົດຮຽນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນກອງທັບ ແລະເຂົ້າຮ່ວມໃນຂອບເຂດທົ່ວປະເທດ. ຈາກນັ້ນ, ທ່ານພົນຈັດຕະວາ ຫງວຽນຮຸ່ງຖັ໋ງ ສະແດງຄວາມຫວັງວ່າ: “ດ້ວຍການແບ່ງປັນ, ຊ່ວຍເຫຼືອໃນຄັ້ງນີ້ຈະປະກອບສ່ວນພ້ອມກັບເພື່ອນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ຫຼຸດຜ່ອນການກະທົບທີ່ຫຍໍ້ທໍ້ໂດຍພະຍາດໂຄວິດ-19 ກໍ່ຂຶ້ນ, ບໍ່ປະໃຫ້ພະຍາດແຜ່ລາມເຂົ້າໃນກອງທັບ. ການເຄື່ອນໄຫວນີ້ປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດ, ສະໜິດຕິດພັນອັນເລິກເຊິ່ງລະຫວ່າງສອງຊາດ, ສອງກອງທັບ”.

leftcenterrightdel
ຂົນສົ່ງອຸປະກອນການແພດທີ່ມອບໃຫ້ປະເທດເພື່ອນລາວ. ພາບ: ຢຸຍວັນ.

ໃນຄັ້ງນີ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບອຸປະກອນການແພດໃຫ້ກອງທັບປະເທດເພື່ອນລາວເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19, ລວມມີ: ຜ້າອັດປາກ-ອັດດັງ ປະເພດ N95 ຈໍານວນ 5.000 ອັນ, ຜ້າອັດປາກ-ອັດດັງ 100.000 ອັນ, ຊຸດປ້ອງກັນໂຄວິດ-19 ລະດັບ 4 ຈໍານວນ 5.000 ຊຸດ, Cloramin B 500kg, ເຈວລ້າງມື 1.000 ຂວດ, ຊຸດກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 1.000 ຊຸດ...

leftcenterrightdel
ຄະນະຊ່ຽວຊານແພດທະຫານຫວຽດນາມ ກ່ອນຈະເດີນທາງໄປຊ່ວຍເຫຼືອປະເທດເພື່ອນລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: ຢຸຍວັນ.

ທີ່ພິທີ, ທ່ານພົນຕີ ຄໍາເພັດ ສີຊານົນ, ຫົວໜ້າກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ ໄດ້ຕາງໜ້າໃຫ້ກອງທັບປະຊາຊົລາວ ເປັນຜູ້ກ່າວຮັບອຸປະກອນການແພດດັ່ງກ່າວ ພ້ອມທັງກ່າວຄໍາຂອບໃຈຢ່າງຈິງໃຈມາຍັງພັກ, ລັດ, ປະຊາຊົນ ແລະກອງທັບປະຊາຊົນຫວຽດນາມ ທີ່ໄດ້ເອົາໃຈໃສ່, ຊ່ວຍເຫຼືອ ລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນຂະນະ ສະພາບພະຍາດໂຄວິດ-19 ຢູ່ ລາວ ກໍາລັງຜັນແປຢ່າງສັບສົນ. ສະຫາຍ ກໍໃຫ້ຄໍາໝັ້ນສັນຍາວ່າບົນພື້ນຖານການຊ່ວຍເຫຼືອທາງດ້ານວັດຖຸ ແລະບຸກຄະລາກອນຂອງກອງທັບປະຊາຊົນຫວຽດນາມ, ກອງທັບປະຊາຊົນ ລາວ ຈະເສີມຂະຫຍາຍຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບບັນດາກໍາລັງຕັດສິນໃຈຍູ້ຖອຍພະຍາດໂຄວິດ-19.

ໂດຍ: ໄຊຊະນະ