ຜົນມີຢູ່ວ່າ, ດ້ວຍຄະແນນສຽງເຫັນດີສູງ (94,79% ຈໍານວນສະມາຊິກສະພາແຫ່ງຊາດທັງໝົດ), ສະພາແຫ່ງຊາດໄດ້ຮັບຮອງເອົາການໃຫ້ສັດຕະຍາບັນແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ, ພ້ອມກັບລັດຖະມົນຕີ, ຫົວໜ້າຂະແໜງ, ອາຍຸການ 2016-2021 ລວມ 12 ທ່ານ. ໃນນັ້ນ, ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນແຕ່ງຕັ້ງທ່ານພົນໂທ ຟານວັນຢາງ, ກຳມະການກົມການເມືອງ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດດຳລົງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ.

ຕາມມະຕິແລ້ວ, ທ່ານພົນໂທ ຟານວັນຢາງ ຈະດໍາລົງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ ພາຍຫຼັງທີ່ສະພາແຫ່ງຊາດຮັບຮອງເອົາມະຕິດັ່ງກ່າວ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດມອບຊໍ່ດອກໄມ້ຊົມເຊີຍທ່ານພົນໂທ ຟານວັນຢາງ. ພາບ: qdnd.vn
leftcenterrightdel
ການນຳພັກ, ລັດ, ສະພາແຫ່ງຊາດ ມອບຊໍ່ດອກໄມ້ຊົມເຊີຍບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ. ພາບ: qdnd.vn

ໂດຍ: ທະນາພອນ