ປີ 2021 ແມ່ນປີທໍາອິດເຊິ່ງຄະນະຈັດຕັ້ງງານແຂ່ງຂັນກິລາການທະຫານສາກົນໄດ້ປະກາດໃຊ້ກົດລະບຽບໃໝ່ໂດຍກໍານົດເອົາວັດທະນະທໍາສິລະປະແມ່ນໜຶ່ງໃນບັນດາປະເພດແຂ່ງຂັນດ້ວຍ 4 ໄລຍະ (ຄືວິຊາການດ້ານທະຫານ). ສະນັ້ນຄວາມກົດດັນຈາກການແຂ່ງຂັນຈະຫຼາຍກວ່າເມື່ອທຽບໃສ່ກັບຊຸມປີຜ່ານມາ.

leftcenterrightdel
ທ່ານພົນໂທ ເຈິ່ນກວາງເຟືອງ ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ. ພາບ: ງອັກທື.

ກ່າວຄໍາຊີ້ນໍາທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນກວາງເຟືອງ ຮຽກຮ້ອງໃຫ້ສະມາຊິກເຂົ້າຮ່ວມທີມຕ້ອງຊາບຊຶມເປົ້າໝາຍ, ຄວາມໝາຍ, ຄວາມສໍາຄັນຂອງການເຂົ້າຮ່ວມການປະກວດ “ກອງທະຫານວັດທະນະທໍາ” ແລະກິດຈະກໍາພົບປະແລກປ່ຽນວັດທະນະທໍາ, ສິລະປະຢູ່ Army Games 2021 ແມ່ນໜຶ່ງໃນບັນດາໜ້າທີ່ດ້ານການເມືອງ-ການພົວພັນທາງການທູດທີ່ສໍາຄັນ, ກໍານົດແນວຄິດ ແລະຕັດສິນໃຈແຂ່ງຂັນຈົນສຸດຄວາມສາມາດຂອງຕົນເພື່ອບັນລຸໄດ້ຜົນງານດີທີ່ສຸດ. ຄຽງຂ້າງກັນນັ້ນ, ທີມຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງເຮັດວຽກງານກະກຽມ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະລະບຽບວິໄນກອງທັບ, ໂດຍສະເພາະແມ່ນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນວິວັດການຝຶກແອບ ແລະເຂົ້າຮ່ວມການແຂ່ງຂັນຢູ່ສະຫະພັນລັດເຊຍ ໃຫ້ເປັນຢ່າງດີ.

ທ່ານພົນໂທ ເຈິ່ນກວາງເຟືອງ ກ່ໍຕັກເຕືອນສະມາຊິກຂອງທີມຕ້ອງຍົກສູງຈິດໃຈສາມັກຄີ, ແຂ່ງຂັນຢ່າງຕັ້ງໜ້າ, ມີຫົວຄິດປະດິດສ້າງ, ສ້າງຄວາມປະທັບໃຈທີ່ດີງາມຕໍ່ກັບປະເທດເພື່ອນມິດ, ປະກອບສ່ວນໂຄສະນາ ແລະເຊີດຊູຄວາມງາມກ່ຽວກັບປະເທດ, ປະຊາຊົນ, ວັດທະນະທໍາຫວຽດນາມ ແລະພິເສດແມ່ນຮູບພາບທະຫານລຸງໂຮ່.

ໂດຍ: ເກື່ອງດັ້ງ