leftcenterrightdel
ບັນຍາກາດທີ່ການແນະນໍາຢູ່ຮ່າໂນ້ຍ. ພາບ: ວັນຮ໋ຽວ.

ຜູ້ຕາງໜ້າບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ ໄດ້ຮັບຟັງການແນະນໍາກ່ຽວກັບໂຄງການ “ບັນດາເສັ້ນທາງທະເລສໍາຄັນຢູ່ມະຫາສະມຸດອິນເດຍ” ແລະໂຄງການ “ເພີ່ມທະວີຄວາມສະໜິດຕິດພັນໃນການປ້ອງກັນຄວາມສະຫງົບຢູ່ພາຍໃນ ແລະກັບອາຊີ” ຂອງອີຢູ ຈາກພະນັກງານ, ນັກຊ່ຽວຊານອີຢູ ຢູ່ Brussels (ແບນຊິກ). ນີ້ແມ່ນການເຄື່ອນໄຫວຫັນໝາກຜົນແຫ່ງການເຈລະຈາດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຄັ້ງທີສອງລະຫວ່າງຫວຽດນາມ ແລະອີຢູ ຜ່ານລະບົບທາງໄກໃນຕົ້ນເດືອນ ທັນວາ 2020 ໃຫ້ເປັນລະອຽດ, ພ້ອມທັງເປີດກາລະໂອກາດໃໝ່ໃຫ້ທັງສອງຝ່າຍ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະພ້ອມກັນຊອກຮູ້ບັນດາກາລະໂອກາດຮ່ວມມືໃນອະນາຄົດ, ປະກອບສ່ວນພັດທະນາການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດບົດພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບຄວາມຕ້ອງການ ແລະຄວາມສາມາດຂອງແຕ່ລະຝ່າຍ.

ໂດຍ: ເກື່ອງດັ້ງ