ນັກຂ່າວ: ຂໍຮຽນສະຫາຍ, ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກພະຍາດໂຄວິດ-19, ກົມເສນາຮັກ ໄດ້ເປັນເສນາທິການກັບຂັ້ນເທິງຜັນຂະຫຍາຍບັນດາມາດຕະການໃດແດ່?

ທ່ານພົນຈັດຕະວາ ຫງວຽນຊວນກຽນ: ດ້ວຍພາລະບົດບາດແມ່ນອົງການປະຈຳການຂອງຄະນະຊີ້ນຳປ້ອງກັນ, ຕ້ານພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ກົມເສນາຮັກ ຍາມໃດກໍ່ກຳແໜ້ນການຜັນແປຂອງສະພາບການ, ເປັນເສນາທິການກັບຂັ້ນເທິງຢ່າງທັນການເພື່ອຊີ້ນຳ, ນຳພາທົ່ວກອງທັບຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກພະຍາດ. ເມື່ອມີກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່, ຊີ້ນຳການຈັດຕັ້ງການຊອກຫາບ່ອນແຜ່ລະບາດຢ່າງວ່ອງໄວ, ແຍກປ່ຽວ, ຈຳກັດບໍລິເວນ, ຕ້ານພະຍາດ; ຊີ້ນຳກຳລັງ, ເພີ່ມທະວີພາຫະນະ, ວັດຖຸອຸປະກອນ, ຢາໃຫ້ດ່ານໜ້າຕ້ານໂລກພະຍາດ...

leftcenterrightdel
ເສນາຮັກກອງພັນໃຫຍ່ 125 (ກອງບັນຊາການທະຫານແຂວງຫ໋າຍເຢືອງ, ທະຫານເຂດ 3) ກວດສຸຂະພາບໃຫ້ພົນລະເມືອງທີ່ພວມແຍກຕົວຢູ່ກົມກອງ). ພາບ: ຝູ໊ເຊີນ.

ໃນໄລຍະຜ່ານມາ, ກົມເສນາຮັກ ໄດ້ປະກາດໃຊ້ບັນດາເອກະສານຊີ້ນຳ, ແນະນຳທົ່ວກອງທັບຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພະຍາດ; ຊອກຫາກໍລະນີທີ່ໄດ້ສຳຜັດກັບຜູ້ຕິດເຊື້ອພະຍາດ SARS-CoV-2; ຊີ້ນໍາບັນດາຮາກຖານສາທາລະນະສຸກໃນກອງທັບເພື່ອດຳເນີນການກວດຫາເຊື້ອພະຍາດໃຫ້ກໍລະນີ F1, F2. ຜ່ານບັນດາໄລຍະປ້ອງກັນ, ຕ້ານໂລກພະຍາດ, ສາມາດເຫັນໄດ້ວ່າ, ຂະແໜງເສນາຮັກ ຍາມໃດກໍ່ເປັນເສນາທິການຢ່າງຊັດເຈນ ແລະທັນການໃຫ້ຄະນະຊີ້ນຳປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນຂັ້ນຂອງຕົນ, ເພື່ອຮັບປະກັນທິດນໍາກອງທັບ “ໄປໄວກວ່າບາດກ້າວໜຶ່ງ ແລະສູງກວ່າລະດັບໜຶ່ງເມື່ອທຽບໃສ່ໃສ່ຂໍ້ກຳນົດ”.

ນັກຂ່າວ: ໃນສະພາບການປະຈຸບັນ, ເພື່ອຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານໂລກພະຍາດ, ບັນດາອົງການ, ກົມກອງຕ້ອງເອົາໃຈໃສ່ບັນດາເນື້ອໃນໃດແດ່, ຂໍຮຽນສະຫາຍ?

ທ່ານພົນຈັດຕະວາ ຫງວຽນຊວນກຽນ: ບັນດາອົງການ, ກົມກອງ ແລະທະຫານແຕ່ລະຄົນ ຕ້ອງຊາບຊຶມ, ປະຕິບັດຕາມບັນດາຄຳສັ່ງ, ມະຕິ, ຄຳແນະນຳຂອງຂັ້ນເທິງຢ່າງເຂັ້ມງວດ, ໃນນັ້ນຕ້ອງເອົາໃຈໃສ່: ບໍ່ວິຕົກກັງວົນ ແລະເດັດຂາດບໍ່ປະໝາດ, ລະເລີຍ, ຂາດຄວາມລະມັດລະວັງຕໍ່ໂລກພະຍາດ. ປະຕິບັດຕາມຂໍ້ກຳນົດ  “5K” ທຸກທີ່ທຸກເວລາຢ່າງເຂັ້ມງວດ. ພົນທະຫານແຕ່ລະຄົນນອກຈາກເປັນແບບຢ່າງ, ຕື່ນຕົວປະຕິບັດຕາມຂໍ້ກຳນົດແລ້ວກໍ່ເປັນທັງນັກໂຄສະນາໃຫ້ຄອບຄົວ, ຍາດຕິພີ່ນ້ອງ, ເຂດຊຸມຊົນ.

ບັນດາກົມກອງຈັດຕັ້ງການແຍກປ່ຽວພົນລະເມືອງທີ່ເຂົ້າເມືອງມາ ແລະແຍກປ່ຽວເພື່ອປ້ອງກັນ, ຕ້ານໂລກພະຍາດຕ້ອງປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການແຍກປ່ຽວຢ່າງເຂັ້ມງວດ. ບໍ່ປະໃຫ້ໂລກພະຍາດແຜ່ລະບາດໃສ່ກຳລັງປະຕິບັດໜ້າທີ່ ແລະແຜ່ລະບາດອອກສູ່ວົງຄະນະຍາດຊຸມຊົນ. ບັນດາໂຮງໝໍ, ຮາກຖານປິ່ນປົວຕ້ອງຈັດຕັ້ງການແຍກເຂດກວດພະຍາດ. ບັນດາແພດໝໍຕ້ອງນຸ່ງຊຸດປ້ອງກັນພະຍາດຢ່າງຄົບຖ້ວນ; ເພີ່ມທະວີວຽກງານຄວບຄຸມການຕິດເຊື້ອ, ປະຕິບັດຕາມບັນດາມາດຕະການປ້ອງກັນ, ຕ້ານໂລກພະຍາດຢ່າງເຂັ້ມງວດ. ບັນດາກຸ່ມ, ຫົວໜ່ວຍເສນາຮັກ, ບັນດາໂຮງໝໍຊົ່ວຄາວ ປະຕິບັດການກວດກາຄືນກ່ຽວກັບການປັບປຸງບຸກຄະລາກອນ, ພາຫະນະ, ວັດຖຸອຸປະກອນ, ຢາເພື່ອກຽມພ້ອມປະຕິບັດໜ້າທີ່ເມື່ອມີຄຳສັ່ງ.

ສຳລັບບັນດາກົມກອງມີນັກຊ່ຽວຊານຄົນຕ່າງປະເທດ ເຂົ້າມາເຮັດວຽກກໍ່ຕ້ອງແຍກປ່ຽວໃຫ້ຄົບເວລາ 14 ວັນ, ກວດຫາເຊື້ອພະຍາດຢ່າງໜ້ອຍສຸດສອງເທ່ືອດ້ວຍຜົນກວດເປັນລົບ. ໃນເວລາເຮັດວຽກ, ໃຫ້ສືບຕໍ່ຕິດຕາມສຸຂະພາບ ແລະປະຕິບັດບັນດາຂໍ້ກຳນົດ “5K” ເປັນຢ່າງດີ.  ພົນທະຫານເຮັດວຽກພ້ອມກັບນັກຊ່ຽວຊານແມ່ນບໍ່ໄດ້ສໍາຜັດກັບວົງຄະນະຍາດ. ທະຫານຊາຍແດນຕ້ອງຮັບປະກັນການປ້ອງກັນ, ຕ້ານໂລກພະຍາດບໍ່ໃຫ້ແຜ່ລະບາດໃສ່ຜູ້ເຮັດໜ້າທີ່ເປັນຢ່າງດີ...

ນັກຂ່າວ: ໜຶ່ງໃນບັນດາໜ້າທີ່ຈຸດສຸມໃນຕົ້ນປີ 2021 ແມ່ນວຽກງານຄັດເລືອກທະຫານ. ກົມເສນາຮັກໄດ້ຊີ້ນຳ, ແນະນຳກ່ຽວກັບວຽກງານນີ້ຄືແນວໃດ, ຂໍຮຽນສະຫາຍ?

ທ່ານພົນຈັດຕະວາ ຫງວຽນຊວນກຽນ: ບັນດາກົມກອງທີ່ຮັບທະຫານໃໝ່ຕ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການການທະຫານທ້ອງຖິ່ນ, ກຳແໜ້ນສະພາບການ, ການຜັນແປຂອງໂລກພະຍາດຢູ່ບໍລິເວນຂອງຕົນ, ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກພະຍາດຢ່າງຄົບຊຸດ, ແໜ້ນແຟ້ນ, ຂ້ຽວຂາດ. ສະເໜີເລື່ອນເວລາມອບ-ຮັບທະຫານໃໝ່ທີ່ຢູ່ໃນເຂດມີຜູ້ຕິດເຊື້ອພະຍາດ ແລະຕ້ອງແຍກປ່ຽວຕາມຂໍ້ກຳນົດຂອງກະຊວງປ້ອງກັນປະເທດ ແລະກະຊວງສາທາລະນະສຸກ.

ສຳລັບບັນດາທ້ອງຖິ່ນບໍ່ມີໂລກພະຍາດ, ແມ່ນໃຫ້ປະຕິບັດການມອບ-ຮັບທະຫານໃໝ່ຕາມແຜນການ, ປະຕິບັດຕາມຂໍ້ກຳນົດ “5K”, ທະຫານໃໝ່ທຸກຄົນຕ້ອງແຈ້ງອາການສຸຂະພາບ. ເມື່ອຄົ້ນພົບບັນດາກໍລະນີມີອາການສົງໄສ ຫຼືມີປັດໄຈກ່ຽວຂ້ອງເຖິງເຂດທີ່ມີຜູ້ຕິດເຊື້ອພະຍາດຕ້ອງແຍກປ່ຽວ, ຕິດຕາມສຸຂະພາບໃຫ້ຄົບເວລາຕາມຂໍ້ກຳນົດ. ຈັດຕັ້ງການຕິດຕາມສະພາບການສຸຂະພາບຂອງພະນັກງານ, ນັກຮົບຢ່າງແໜ້ນແຟ້ນ. ໂຄສະນາ, ເຜີຍແຜ່ບັນດາມາດຕະການສຸຂະອະນາໄມປ້ອງກັນໂລກພະຍາດ, ພິເສດແມ່ນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19.

ຢູ່ຕາມທ້ອງຖິ່ນທີ່ເລື່ອນເວລາມອບ-ຮັບທະຫານໃໝ່, ເມື່ອໄດ້ຮັບການອະນຸມັດວິທີການໃໝ່ບັນດາອົງການກ່ຽວຂ້ອງຕ້ອງສົມທົບກັນຈັດຕັ້ງການແຈ້ງອາການສຸຂະພາບ, ກວດຫາເຊື້ອພະຍາດ SARS-CoV-2 ໃຫ້ທະຫານໃໝ່ໃຫ້ໄດ້ 100%, ພ້ອມທັງຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກພະຍາດຢ່າງເຂັ້ມງວດ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ສົມເພັດ