ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອແນໃສ່ໂຄສະນາ, ສຶກສາອົບຮົມໃຫ້ທະຫານທຸກຄົນກ່ຽວກັບຄວາມໝາຍ, ບົດບາດສໍາຄັນຂອງການຈັດຕັ້ງ “ບຸນເຕັດປູກຕົ້ນໄມ້ຮູ້ບຸນຄຸນລຸງໂຮ່”, ປະກອບສ່ວນສ້າງ ແລະປົກປັກຮັກສາສິ່ງແວດລ້ອມໃຫ້ “ຂຽວ, ສະອາດ, ງາມຕາ” ຢູ່ກອງພົນໃຫຍ່.

leftcenterrightdel
ທ່ານພົນຈັດຕະວາ ໂດ໊ມີງເຊືອງ, ຫົວໜ້າການທະຫານກອງພົນໃຫຍ່ທີ 1 ປຸກລະດົມພິທີປູກຕົ້ນໄມ້ຢູ່ກອງພົນໃຫຍ່ທີ 1. ພາບ: qdnd.vn
leftcenterrightdel
ບັນຍາກາດທີ່ພິທີປຸກລະດົມຢູ່ກອງບັນຊາການກອງພົນໃຫຍ່ທີ 1. ພາບ: qdnd.vn

ບົນຈິດໃຈນັ້ນ, ພະນັກງານ, ນັກຮົບບັນດາອົງການ, ກົມກອງຂອງກອງພົນໃຫຍ່ ໄດ້ພ້ອມກັນປູກຕົ້ນໄມ້. ຕາມການຄາດຄະເນແລ້ວ,ໃນວັນທີ 17 ກຸມພາ, ບັນດາອົງການ, ກົມກອງຂອງກອງພົນໃຫຍ່ຈະປູກຕົ້ນໄມ້ 54.800 ຕົ້ນ.

leftcenterrightdel
ພາຍຫຼັງພິທີປຸກລະດົມ, ພະນັກງານ, ນັກຮົບກອງພົນໃຫຍ່ທີ 1 ໄດ້ປູກຕົ້ນໄມ້ຫຼາຍຕົ້ນ. ພາບ: qdnd.vn

ໃນວັນດຽວກັນ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມແຂວງແຄ໋ງຮວ່າ; ກອງພັນໃຫຍ່ 244 (ຕາແສງນາມເຄ, ນະຄອນອວງບິ໋), ກອງບັນຊາການທະຫານແຂວງກວ໋າງນີງ; ກອງບັນຊາການທະຫານຊາຍແດນແຂວງເຊີນລາ; ກອງບັນຊາການທະຫານຊາຍແດນແຂວງເງະອານ ຈັດຕັ້ງພິທີປູກຕົ້ນໄມ້ລະດູບານໃໝ່ປີສະຫຼູ 2021...

leftcenterrightdel
ພະນັກງານ, ນັກຮົບກອງບັນຊາການທະຫານແຂວງແຄ໋ງຮວ່າ ເຂົ້າຮ່ວມ “ບຸນເຕັດປູກຕົ້ນໄມ້”. ພາບ: qdnd.vn
leftcenterrightdel
ທ່ານພັນເອກພິເສດ ເລວັນລອງ, ຫົວໜ້າການທະຫານກອງບັນຊາການທະຫານແຂວງກວ໋າງນີງ ປຸກລະດົມບຸນເຕັດປູກຕົ້ນໄມ້. ພາບ: qdnd.vn
leftcenterrightdel
ການນໍາກອງບັນຊາການທະຫານແຂວງກວ໋າງນີງ ປູກຕົ້ນໄມ້ຢູ່ກອງພັນໃຫຍ່ 244. ພາບ: qdnd.vn
leftcenterrightdel
ບັນດາສະຫາຍການນໍາແຂວງເຊີນລາ ປູກຕົ້ນໄມ້ທີ່ພິທີປຸກລະດົມ. ພາບ: qdnd.vn

ໂດຍ: ທະນາພອນ