leftcenterrightdel
ທ່ານພົນໂທ ຫງວຽນວັນຣິງ ປະດັບຫຼຽນກາລະນຶກ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ໃຫ້ທ່ານພົນເອກ ໂງຊວນລິກ. ພາບ: ຝູເຊີນ.

ທີ່ພິທີ, ທ່ານພົນໂທ ຫງວຽນວັນຣິງ, ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໄດ້ລາຍງານໃຫ້ທ່ານພົນເອກ ໂງຊວນລິກ ຮັບຊາບກ່ຽວກັບການເຄື່ອນໄຫວຂອງສະມາຄົມ ໃນໄລຍະຜ່ານມາ. ໂດຍໄດ້ຮັບການສ້າງຕັ້ງ ແລະເຄື່ອນໄຫວຢ່າງເປັນທາງການນັບແຕ່ວັນທີ 10 ມັງກອນ 2004, ມາຮອດປັດຈຸບັນ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໄດ້ສ້າງຕັ້ງສະມາຄົມຂັ້ນຕ່າງໆຢູ່ 63 ແຂວງ, ນະຄອນ; 600 ກວ່າເມືອງ, ເທດສະບານ; 6.500 ຕາແສງດ້ວຍສະມາຊິກຫຼາຍກວ່າ 400.000ຄົນ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນທີ່ພິທີ. ພາບ: ຝູເຊີນ.

ກ່າວຄໍາເຫັນທີ່ພິທີ, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ຕີລາຄາສູງຕໍ່ໝາກຜົນ ເຊິ່ງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ: ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຍາມໃດກໍເອົາໃຈໃສ່ເປັນພິເສດເຖິງນັກຮົບເກົ່າ, ເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄົນທຸກຍາກ. ນອກຈາກນີ້, ທ່ານພົນເອກ ໂງຊວນລິກ ກໍ່ໄດ້ແຈ້ງໃຫ້ການນໍາສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ຮັບຊາບກ່ຽວກັບການເຄື່ອນໄຫວຂອງພະນັກງານ, ນົກຮົບທົ່ວກອງທັບ ໃນອາຍຸການຜ່ານມາ, ໂດຍສະເພາະແມ່ນໃນປີ 2020, ພ້ອມທັງເນັ້ນໜັກວ່າ: ບໍ່ວ່າໃນສະພາບການໃດ, ຍາມໃດ ກອງທັບ ກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ລັດ ແລະປະຊາຊົນ, ປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງມີໄຊ, ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ ໄວ້ຢ່າງໝັ້ນຄົງ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີສະຫຼູ 2021, ທ່ານພົນເອກ ໂງຊວນລິກ ໄດ້ອວຍພອນທ່ານພົນໂທ ຫງວຽນວັນຣິງ ແລະພະນັກງານ, ພາລະກອນສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະບັນລຸໄດ້ໄຊຊະນະໃໝ່ໃຫຍ່ຫຼວງກວ່າເກົ່າ.

ໂດຍ: ໄຊຊະນະ