leftcenterrightdel
ການນໍາກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນ ຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ມາຢ້ຽມຢາມ ແລະເຮັດວຽກ. ພາບ: ຈ້ອງຫາຍ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຫງວຽນຊວນຟຸກ ຖືວ່າ ກໍາລັງທະຫານຊາຍແດນໄດ້ປະຈັນບານ, ເປັນຫຼັກແຫຼ່ງແກ່ນສານ, ນໍາໜ້າໃນການປ້ອງກັນ, ຕ້ານໄພທໍາມະຊາດ, ໂລກພະຍາດ, ຊອກຫາກູ້ໄພກູ້ຊີບ. ພິເສດ, ທະຫານຊາຍແດນໄດ້ສະແດງໃຫ້ເຫັນຄຸນທາດ, ເຈດຈໍານົງ, ຄວາມຮັບຜິດຊອບຜ່ານຜ່າຄວາມຫຍຸ້ງຍາກລໍາບາກ ພ້ອມກັບກໍາລັງກ່ຽວຂ້ອງຕ່າງໆ ແລະປະຊາຊົນສະກັດກັ້ນພະຍາດຢູ່ເຂດຊາຍແດນ ເພື່ອແນໃສ່ປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ ທັງປ້ອງກັນຕ້ານພະຍາດ, ບໍ່ປະໃຫ້ພະຍາດແຜ່ລະບາດຂ້າມຊາຍແດນ,  ປ້ອງກັນສຸຂະພາບຂອງປະຊາຊົນໃຫ້ເປັນຢ່າງດີ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ມອບຂອງຂວັນໃຫ້ພະນັກງານ, ນັກຮົບທະຫານຊາຍແດນ. ພາບ: ຈ້ອງຫາຍ.
leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະບັນດາການນໍາກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານ, ນັກຮົບທະຫານຊາຍແດນ. ພາບ: ຈ້ອງຫາຍ.

ສໍາລັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານ ຫງວຽນຊວນຟຸກ ຊີ້ນໍາກໍາລັງທະຫານຊາຍແດນຄວນສືບຕໍ່ຍົກສູງຄວາມສາມາດກຽມພ້ອມສູ້ຮົບ, ສະກັດກັ້ນບັນດາເປົ້າໝາຍເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ສະກັດກັ້ນພະຍາດໂຄວິດ-19; ໂຄສະນາເພື່ອບໍ່ປະໃຫ້ຊາວປະມົງຫາປາຢູ່ທະເລຢ່າງຜິດກົດໝາຍ; ເບິ່ງແຍງດູແລບຸນເຕັດໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົຢູ່ເຂດຊາຍແດນ; ປະຕິບັດວຽກງານພົວພັນຕ່າງປະເທດຊາຍແດນເປັນຢ່າງດີ ເພື່ອປົກປັກຮັກສາຊາຍແດນແຕ່່ຫົວທີ, ແຕ່ໄກ, ບໍ່ປະໃຫ້ຕົກຢູ່ທ່າຮັບໂດຍບັງເອີນໃນທຸກສະຖານະການ. ກະຊວງປ້ອງກັນປະເທດ, ກອງບັນຊາການທະຫານຊາຍແດນ ຄວນຫັນອຸປະກອນປົກປັກຮັກສາຊາຍແດນເປັນທັນສະໄໝ, ຕິດຕັ້ງ camera ເພື່ອສັງເກດຊາຍແດນ, ບັນດາທ້ອງຖິ່ນລະດົມແຫຼ່ງກໍາລັງເພື່ອປັບປຸງບັນດາດ່ານສະກັດກັ້ນຢູ່ເຂດຊາຍແດນໃຫ້ໝັ້ນຄົງ.

ໂດຍ: ທູຈາງ