ທີ່ການເຮັດວຽກ, ຜູ້ຕາງໜ້າສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ໄດ້ລາຍງານກ່ຽວກັບໝາກຜົນການເຄື່ອນໄຫວທີ່ພົ້ນເດັ່ນຂອງສະມາຄົມໃນປີຜ່ານມາ. ໄລ່ຮອດເດືອນທັນວາ 2020, ສະມາຄົມ ລະດົມເງິນໄດ້ເກືອບ 370 ຕື້ດົ່ງ ເພື່ອໜູນຊ່ວຍການສ້ອມແປງ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ; ສະໜອງທຶນການສຶກສາ; ໜູນຊ່ວຍທຶນການຜະລິດ; ມອບພາຫະນະໃນການດໍາເນີນຊີວິດ; ກວດ ແລະປິ່ນປົວພະຍາດ, ມອບຂອງຂວັນ... ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ.

leftcenterrightdel
ທ່ານພົນໂທ ຫງວຽນຈີ໊ວີ້ງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn.

ທ່ານພົນໂທ ຫງວຽນຈີ໊ວີ້ງ ຢ້ັງຢືນວ່າ, ກະຊວງປ້ອງກັນປະເທດ-ອົງການປະຈໍາການຄະນະຊີ້ນໍາ 701 ແລະບັນດາອົງການທີ່ກ່ຽວຂ້ອງ ຈະສົມທົບກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ປະຕິບັດບັນດາເປົ້າໝາຍທີ່ວາງອອກໃນປີ 2021 ໃຫ້ມີປະສິດທິຜົນ. ທ່ານພົນໂທ ຫງວຽນຈີ໊ວີ້ງ ສະເໜີໃຫ້ສູນກາງສະມາຄົມ ສ້າງກົນໄກສົມທົບກັບອົງການປະຈໍາການ ຄະນະຊີ້ນໍາ 701, ກໍານົດພາລະບົດບາດ, ໜ້າທີ່ຢ່າງຈະແຈ້ງຕໍ່ການຮຽກຮ້ອງຄວາມຍຸຕິທໍາ. ສືບຕໍ່ຈັດຕັ້ງການສໍາຫຼວດຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ໃນທ່ົວປະເທດ, ຮັບປະກັນຄວາມຄືບໜ້າຮອດປີ 2025 ຈະປະຕິບັດສໍາເລັດການແກ້ໄຂ ກ່ຽວກັບລະບອບ, ນະໂຍບາຍ ແລະບັນດາມາດຕະການໜູນຊ່ວຍໂດຍພື້ນຖານ.

ໂດຍ: ທູຈາງ