leftcenterrightdel
ບັນຍາກາດທີ່ພິທີອອກທັບລາດຕະເວນຮ່ວມຢູ່ເຂດຊາຍແດນ ຫວຽດນາມ-ຈີນ. qdnd.vn

ພາຍຫຼັງພິທີໄຂ, ສອງຝ່າຍໄດ້ດຳເນີນການລາດຕະເວນຮ່ວມຄັ້ງທຳອິດໃນປີ 2021 ໃນວັນທີ 20 ມັງກອນ. ຕາມນັ້ນແລ້ວ, ແຕ່ລະຝ່າຍໄດ້ສ້າງຕັ້ງ 10 ກອງເຂົ້າຮ່ວມການລາດຕະເວນຮ່ວມເພື່ອປະຕິບັດກົດໝາຍ ແລະປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຕາມເສັ້ນຊາຍແດນ. ປີ 2021, ສອງຝ່າຍສືບຕໍ່ກຳນົດການຍົກສູງວຽກງານສົມທົບກັນເພື່ອພ້ອມກັນປະຕິບັດໃຫ້ສຳເລັດໜ້າທີ່ວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນໃຫ້ເປັນຢ່າງດີ ແລະມີປະສິດທິຜົນ; ຮັກສາການຕິດຕໍ່ພົວພັນເປັນປະຈໍາ, ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຢ່າງທັນການ, ຕັ້ງໜ້າສົມທົບກັນເພື່ອແກ້ໄຂບັນຫາຕ່າງໆຢ່າງມີປະສິດທິຜົນ.

ໂດຍ: ທະນາພອນ