ປີ 2020, ບັນດາອົງການສື່ມວນຊົນກອງທັບໄດ້ໂຄສະນາແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ໜ້າທີ່ການທະຫານ, ການປ້ອງກັນຊາດ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດໄດ້ຢ່າງທັນການ. ພິເສດ, ສື່ມວນຊົນກອງທັບຍາມໃດກໍ່ປະຈັນບານ, ນໍາໜ້າໃນການໂຄສະນາກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະໄພທໍາມະຊາດພາຍຸ, ນໍ້າຖ້ວມ. ບາງອົງການສື່ມວນຊົນໄດ້ໃຫ້ຂ່າວດ້ວຍຈໍານວນຫຼາຍເຊິ່ງມີລັກສະນະຕໍ່ສູ້ສູງ, ທັນການຕໍ່ການປະຕິເສດບັນດາທັດສະນະທີ່ຜິດພາດ, ປະຕິການ, ດຶງດູດຄວາມສົນໃຈຈາກຫາງສຽງພາຍໃນ ແລະຕ່າງປະເທດ, ໄດ້ຮັບການຕີລາຄາສູງຈາກຄະນະໂຄສະນາສຶກສາສູນກາງ, ກະຊວງການຕ່າງປະເທດ, ກະຊວງຖະແຫຼງຂ່າວ ແລະສື່ສານ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບລວມ. ພາບ: ຕ໋ວນເຊີນ.

ການເຄື່ອນໄຫວພິມຈໍາໜ່າຍ, ຈັດພິມ, ແຈກຢາຍຜ່ານລະບົບໄປສະນີໃນກອງທັບ ແລະຫໍສະໝຸດໃນທົ່ວກອງທັບແມ່ນການຮັກສາການກຳນົດທິດດ້ານການເມືອງຢ່າງໝັ້ນຄົງ; ສຸມໃສ່ພິມຈໍາໜ່າຍ ແລະແຈກຢາຍປື້ມສະເຫຼີມສະຫຼອງວັນບຸນໃຫຍ່ຕ່າງໆຂອງພັກ, ລັດ ແລະກອງທັບ; ຕອບສະໜອງຄວາມຕ້ອງການອ່ານ, ຍົກສູງຊີວິດວັດທະນະທໍາທາງດ້ານຈິດໃຈຂອງພະນັກງານ, ນັກຮົບ.

leftcenterrightdel
ບັນດາໝູ່ຄະນະຮັບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: ຕ໋ວນເຊີນ.

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ຫງວຽນຈ້ອງເຫງັຍ ໄດ້ຊົມເຊີຍຜົນງານທີ່ບັນລຸໄດ້ຂອງອົງການສື່ມວນຊົນ, ພິມຈໍາໜ່າຍໃນປີ 2020. ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ຮຽກຮ້ອງວ່າໃນປີ 2021, ບັນດາອົງການສື່ມວນຊົນກອງທັບຕ້ອງສືບຕໍ່ຮັກສາລັກສະນະປະຕິວັດ, ຍົກສູງລັກສະນະວິຊາການ, ທັນສະໄໝ. ກ່ອນອື່ນໝົດ, ສື່ມວນຊົນກອງທັບຄວນສຸມໃສ່ໂຄສະນາ ກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໃຫ້ເລິກເຊິ່ງກວ້າງຂວາງ; ຫຼັງຈາກນັ້ນຍູ້ແຮງການໂຄສະນາເລື່ອງຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI.

leftcenterrightdel
ບັນດາບຸກຄົນຮັບໃບຍ້ອງຍໍຂອງຫົວໜ້າກົມໃຫຍ່ການເມືອງ. ພາບ: ຕ໋ວນເຊີນ.

ເນື່ອງໃນໂອກາດນີ້, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ແກ່ 13 ໝູ່ຄະນະ, ຫົວໜ້າກົມໃຫຍ່ການເມືອງມອບໃບຍ້ອງຍໍໃຫ້ແກ່ 21 ໝູ່ຄະນະ ແລະ 21 ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານຊີ້ນໍາ, ນໍາພາ, ຄຸ້ມຄອງ, ໂຄສະນາສື່ມວນຊົນກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2020.

ໂດຍ: ເກື່ອງດັ້ງ