ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ, ພື້ນຖານອຸດສາຫະກໍາປ້ອງກັນຊາດຂອງຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງຮອບດ້ານທັງລວງກວ້າງ ແລະລວງເລິກ. ກົນໄກ, ນະໂຍບາຍ, ການວາງແຜນຜັງ, ແຜນການກໍ່ສ້າງ  ແລະພັດທະນາອຸດສາຫະກໍາປ້ອງກັນຊາດໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ. ການຈັດຕັ້ງກໍາລັງອຸດສາຫະກໍາປ້ອງກັນຊາດ ໄດ້ຮັບການປັບປຸງ, ນັບມື້ນັບຕິດພັນ, ເຊື່ອມໂຍງເຂົ້າກັບອຸດສາຫະກໍາແຫ່ງຊາດ. ເລື່ອງລົງທຶນໃສ່ຂະແໜງອຸດສາຫະກໍາປ້ອງກັນຊາດ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ເປັນຕົ້ນແມ່ນບັນດາຂະແໜງການທີ່ເປັນປາຍແຫຼມ.

ເລື່ອງລະດົມກໍາລັງຄວາມສາມາດບົ່ມຊ້ອນດ້ານວິທະຍາສາດ-ເຕັກໂນໂລຢີ,  ອຸດສາຫະກໍາແຫ່ງຊາດເຂົ້າຮ່ວມການກໍ່ສ້າງ, ພັດທະນາອຸດສາຫະກໍາປ້ອງກັນຊາດ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ; ການຮ່ວມມືສາກົນກ່ຽວກັບອຸດສາຫະກໍາປ້ອງກັນຊາດ ກໍ່ໄດ້ຮັບການເປີດກວ້າງ, ເປັນຕົ້ນແມ່ນໂຄງການຈຸດສຸມ, ເຕັກໂນໂລຢີສູງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຖືກຕາມການກໍານົດທິດ. ມີຫຼາຍໂຄງການ, ຜະລິດຕະພັນຈຸດສຸມ ໄດ້ປະຕິບັດສໍາເລັດ, ນໍາເຂົ້າໃຊ້ງານ ແລະເສີມຂະຫຍາຍຢ່າງມີປະສິດທິຜົນ.

leftcenterrightdel
ບັນດາສະຫາຍການນໍາ, ອະດີດການນໍາກະຊວງປ້ອງກັນປະເທດ ຢ້ຽມຊົມອາວຸດຍຸດທະພັນປະເພດຕ່າງໆ ໂດຍກົມໃຫຍ່ອຸດສາຫະກໍາປ້ອງກັນຊາດຜະລິດ. ພາບ: qdnd.vn.

ກໍາລັງຄວາມສາມາດຄົ້ນຄວ້າ, ອອກແບບ, ຜະລິດ, ສ້ອມແປງອາວຸດຍຸດທະພັນ, ອຸປະກອນເຕັກນິກ ຂອງຂະແໜງອຸດສາຫະກໍາປ້ອງກັນຊາດ ມີບາດກ້າວພັດທະນາບຸກທະລຸ. ອັດຕາສ່ວນລະບົບຕ່ອງໂສ້, ເຄື່ອງອຸປະກອນເຕັກໂນໂລຢີທັນສະໄໝ ແລະຄວາມສາມາດຜະລິດ, ສ້ອມແປງ, ດັດແປງ, ຫັນອາວຸດຍຸດທະພັນ, ອຸປະກອນເຕັກນິກເປັນທັນສະໄໝ ໄດ້ຮັບການຍົກສູງຂຶ້ນ, ຕອບສະໜອງໄດ້ສ່ວນໃດສ່ວນໜຶ່ງໃນຄວາມຕ້ອງການຜະລິດອາວຸດເຄື່ອງອຸປະກອນເຕັກນິກໃຫ້ແກ່ກໍາລັງປະກອບອາວຸດ, ຫຼຸດຜ່ອນການນໍາເຂົ້າ, ປະຢັດງົບປະມານແຫ່ງລັດ. ກໍາລັງຄວາມສາມາດຜະລິດ,  ສ້ອມແປງບັນດາຜະລິດຕະພັນອຸດສາຫະກໍາປ້ອງກັນຊາດ, ເປັນຕົ້ນແມ່ນການຕໍ່ກໍາປັ່ນການທະຫານ, ເອເລັກໂຕນິກໂທລະຄົມມະນາຄົມພັດທະນາຢ່າງແຮງ. ວຽກງານຄົ້ນຄວ້າວິທະຍາສາດເຕັກໂນໂລຢີໃນເບື້ອງຕົ້ນໄດ້ຕິດພັນກັບການຜະລິດຢ່າງແໜ້ນແຟ້ນ, ສຸມໃສ່ເຂົ້າບັນດາຜະລິດຕະພັນເຕັກໂນໂລຢີສູງ, ມີຫຼາຍຜະລິດຕະພັນໄດ້ປະກອບໃຫ້ກໍາລັງປະກອບອາວຸດ, ເປັນການປະກອບສ່ວນສໍາຄັນເຂົ້າໃນການຍົກສູງຄຸນນະພາບໃນການປະຕິບັດໜ້າທີ່, ເພີ່ມທະວີຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ນອກຈາກນັ້ນ, ຂະແໜງອຸດສາຫະກໍາປ້ອງກັນຊາດ ຍັງຜະລິດບາງຜະລິດຕະພັນຮັບໃຊ້ພົນລະເຮືອນ  ແລະການສົ່ງອອກ. ເຖິງຢ່າງໃດກໍ່ຕາມ, ຂະແໜງອຸດສາຫະກໍາປ້ອງກັນຊາດ ພວມແກ້ໄຂຄວາມຫຍຸ້ງຍາກ, ສິ່ງຄົງຄ້າງຈໍານວນໜຶ່ງ, ນັ້ນແມ່ນສະພາບການປະກາດໃຊ້ຍັງມີຄວາມຊັກຊ້າ ແລະຂາດຄວາມຄົບຊຸດຂອງລະບອບລະບຽບການ, ນະໂຍບາຍ; ວຽກງານວາງແຜນກຳນົດ, ແຜນການສໍາລັບໜ້າທີ່ດັ່ງກ່າວຍັງມີຂໍ້ຈໍາກັດ; ການຈັດຕັ້ງກົງຈັກ , ກົນໄກຄຸ້ມຄອງ ແລະແຫຼ່ງຊັບພະຍາກອນມະນຸດຍັງມີສິ່ງຄົງຄ້າງ, ຍັງບໍ່ທັນນໍາທັນຄວາມຮຽກຮ້ອງຕ້ອງການພັດທະນາ; ການລົງທຶນງົບປະມານ ແລະລະດົມແຫຼ່ງກໍາລັງຕ່າງໆ ໃຫ້ແກ່ການກໍ່ສ້າງ, ພັດທະນາອຸດສາຫະກໍາປ້ອງກັນຊາດຍັງມີຄວາມຫຍຸ້ງຍາກ...

ປັດຈຸບັນ ແລະໃນຊຸມປີຕໍ່ໄປ, ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດຂອງປະເທດເຮົາ ພວມ ແລະຈະວາງອອກຄວາມຮ້ຽກຮ້ອງຕ້ອງການໃໝ່. ການປະຕິວັດອຸດສາຫະກໍາຄັ້ງທີ 4 ພວມ ແລະຈະວາງອອກທັງກາລະໂອກາດ ແລະສິ່ງທ້າທາຍຕໍ່ພື້ນຖານປ້ອງກັນຊາດ, ຄວາມໝັ້ນຄົງຂອງປະເທດ, ໃນນັ້ນມີອຸດສາຫະກໍາປ້ອງກັນຊາດ.

ໂດຍຮັບຮູ້ໄດ້ທ່າອ່ຽງດັ່ງກ່າວ, ຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ກໍານົດວ່າ: “ການກໍ່ສ້າງ, ພັດທະນາພື້ນຖານອຸດສາຫະກໍາປ້ອງກັນຊາດ, ຄວາມໝັ້ນຄົງທັນສະໄໝ, ນໍາໃຊ້ໄດ້ສອງຢ່າງ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປົກປັກຮັກສາປະເທດຊາດ, ທັງປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ”. ນີ້ແມ່ນໜຶ່ງໃນບັນດາເນື້ອໃນເພີ່ມເຕີມໃໝ່, ແມ່ນການກໍານົດທິດຍຸດທະສາດ, ທີ່ມີລັກສະນະໃນໄລຍະຍາວຂອງພັກ ແລະລັດ ຕໍ່ການພັດທະນາຂະແໜງອຸດສາຫະກໍາປ້ອງກັນຊາດ; ທັງແມ່ນໜ້າທີ່ຈຸດສຸມ, ຍຸດທະສາດບຸກທະລຸ; ທັງແມ່ນມາດຕະການເພື່ອໃຫ້ຊາບຊຶມ, ຜັນຂະຫຍາຍ, ຈັດຕັ້ງປະຕິບັດ, ເພື່ອແນໃສ່ກໍ່ສ້າງພື້ນຖານອຸດສາຫະກໍາປ້ອງກັນຊາດ ໃຫ້ທັນສະໄໝ, ມີຄວາມສາມາດຄົ້ນຄວ້າພັດທະນາ, ຜະລິດ ແລະສະໜອງອາວຸດຍຸດທະພັນ, ອຸປະກອນເຕັກນິກປະເພດຕ່າງໆ ແລະພາຫະນະທັນສະໄໝໃຫ້ແກ່ກອງທັບ.

ຄວາມຮຽກຮ້ອງຕ້ອງການວາງອອກສໍາລັບຂະແໜງອຸດສາຫະກໍາປ້ອງກັນຊາດ ແມ່ນຕ້ອງສືບຕໍ່ຊາບຊຶມ ແລະປະຕິບັດຕາມມະຕິ, ທັດສະນະ, ແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາອຸດສາຫະກໍາປ້ອງກັນຊາດຢ່າງເຂັ້ມງວດ. ສຸມໃສ່ກໍ່ສ້າງ ແລະພັດທະນາອຸດສາຫະກໍາປ້ອງກັນຊາດຕາມທິດນໍາໃຊ້ໄດ້ສອງຢ່າງ, ກາຍເປັນປາຍແຫຼມຂອງອຸດສາຫະກໍາແຫ່ງຊາດຕາມທິດເອກະລາດ, ເປັນເຈົ້າຕົນເອງ, ເປັນເຈົ້າຂອງວິທະຍາສາດເຕັກໂນໂລຢີທັນສະໄໝ ແລະເໝາະສົມກັບວິວັດການເຊື່ອມໂຍງເຂົ້າກັບສາກົນ; ສູ້ຊົນບັນລຸເປົ້າໝາຍປະເທດຊາດເລີ່ມທຸລະກິດຈາກອຸດສາຫະກໍາປ້ອງກັນຊາດ. ຍູ້ແຮງການໝູນໃຊ້ບັນດາຜົນງານວິທະຍາສາດເຕັກໂນໂລຢີເຂົ້າໃນການຄົ້ນຄວ້າ, ສ້າງການຫັນປ່ຽນ ແລະສ້າງບັນດາຜະລິດຕະພັນທີ່ມີລັກສະນະບຸກທະລຸກ່ຽວກັບວິທະຍາສາດເຕັກໂນໂລຢີ; ປ່ຽນແປງໃໝ່ເຕັກໂນໂລຢີການຜະລິດ, ສ້ອມແປງ,   ດັດປັບ, ຫັນອາວຸດຍຸດທະພັນ, ອຸປະກອນເຕັກນິກເປັນທັນສະໄໝ, ສ້າງການເຕີບໂຕທັງດ້ານປະລິມານ, ປະເພດໃໝ່, ມີລັກສະນະເຕັກນິກ, ຍຸດທະວິທີສູງ.

ເພີ່ມທະວີການລົງທຶນບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດອຸດສາຫະກໍາປ້ອງກັນຊາດ ທີ່ມີຄຸນນະພາບສູງ. ຕັ້ງໜ້າ, ເປັນເຈົ້າການກໍ່ສ້າງຖັນແຖວພະນັກງານ, ພາລະພອນທີ່ມີຄຸນນະພາບສູງ, ມີຄຸນນະທາດການເມືອງ, ລະດັບຄວາມຮູ້ວິຊາສະເພາະສູງ, ເກັ່ງພາສາຕ່າງປະເທດ...

ສືບຕໍ່ປ່ຽນແປງໃໝ່, ຍົກສູງກໍາລັງຄວາມສາມາດຄຸ້ມຄອງວິສາຫະກິດປ້ອງກັນຊາດ ເພື່ອແນໃສ່ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບເສດຖະກິດໃນການພັດທະນາອຸດສາຫະກໍາປ້ອງກັນຊາດ... ລະດົມກຳລັງຄວາມສາມາດບົ່ມຊ້ອນວິທະຍາສາດແຫ່ງຊາດ, ອຸດສາຫະກໍາພົນລະເຮືອນໃຫ້ແກ່ໜ້າທີ່ກໍ່ສ້າງ, ພັດທະນາອຸດສາຫະກໍາຢ່າງມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງໜ້າທີ່ກໍ່ສ້າງ, ພັດທະນາຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ຍູ້ແຮງການຮ່ວມມືສາກົນ, ຮ່ວມທຸລະກິດ, ຮ່ວມສໍາພັນ, ຖ່າຍທອດເຕັກໂນໂລຢີ, ສ້າງຕະຫຼາດອຸດສາຫະກໍາປ້ອງກັນຊາດເທື່ອລະກ້າວ; ພ້ອມທັງສືບຕໍ່ສັບຊ້ອນບັນດາວິສາຫະກິດຄືນໃໝ່,  ຍູ້ໄວລະດັບຄວາມຄືບໜ້າການຫັນວິສາຫະກິດເປັນຫຸ້ນສ່ວນ ເພື່ອສ້າງແຫຼ່ງຄ່າໃຊ້ຈ່າຍພັດທະນາອຸດສາຫະກໍາປ້ອງກັນຊາດ...

ໂດຍ: ທູຈາງ