ຕ້ອນຮັບທ່ານພົນໂທ ເຈິ່ນກວາງເຟືອງ,  ມີທ່ານພັນເອກພິເສດ ດວ່ານຊວນໂບະ ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນ ພ້ອມກັບບັນດາສະຫາຍໃນຄະນະພັກ, ຄະນະບັນນາທິການ ແລະພະນັກງານຫຼັກແຫຼ່ງຂອງໜັງສືພິມກອງທັບປະຊາຊົນ.

leftcenterrightdel
ທ່ານພົນໂທ ເຈິ່ນກວາງເຟືອງ ໄປຢ້ຽມຢາມ ແລະອວຍພອນປີໃໝ່ໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn

ຕາງໜ້າຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ, ທ່ານພັນເອກພິເສດ ດວ່ານຊວນໂບະ ໄດ້ລາຍງານຕໍ່ທ່ານພົນໂທ ເຈິ່ນກວາງເຟືອງ ຮັບຊາບກ່ຽວກັບຜົນແຫ່ງການປະຕິບັດວຽກງານໃນປີ 2020 ແລະວຽກງານກະກຽມຕ້ອນຮັບບຸນປີໃໝ່, ປະຕິບັດບັນດາໜ້າທີ່ຂອງໜັງສືພິມກອງທັບປະຊາຊົນໃນໂອກາດບຸນປີໃໝ່ປະຈໍາຊາດ 2021.

leftcenterrightdel
ທ່ານພົນໂທ ເຈິ່ນກວາງເຟືອງ ອວຍພອນປີໃໝ່ພະນັກງານ, ນັກຮົບ, ພາລະກອນໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn

ກ່າວຄຳເຫັນທີ່ການຢ້ຽມຢາມ ແລະອວຍພອນບຸນປີໃໝ່, ທ່ານພົນໂທ ເຈິ່ນກວາງເຟືອງ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານທີ່ໜັງສືພິມກອງທັບປະຊາຊົນບັນລຸໄດ້ໃນປີ 2020 ກໍ່ຄືວຽກງານກະກຽມຕ້ອນຮັບບຸນປີໃໝ່ຢ່າງຮອບຄອບຖີ່ຖ້ວນຂອງໜັງສືພິມກອງທັບປະຊາຊົນ. ໂດຍຕາງໜ້າໃຫ້ຫົວໜ້າກົມໃຫຍ່ການເມືອງ, ທ່ານພົນໂທ ເຈິ່ນກວາງເຟືອງ ໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະໝາກຜົນທີ່ໜັງສືພິມກອງທັບປະຊາຊົນບັນລຸໄດ້ໃນໄລຍະຜ່ານມາ.

leftcenterrightdel
ຕາງໜ້າຄະນະພັກ, ຄະນະບັນນາທິການໜັງສືພິມປະຊາຊົນ, ທ່ານພັນເອກພິເສດ ດວ່ານຊວນໂບະ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຂອງຫົວໜ້າກົມໃຫຍ່ການເມືອງທີ່ມີຕໍ່ ໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn

ເພື່ອສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນປີ 2020, ທ່ານພົນໂທ ເຈິ່ນກວາງເຟືອງ ໄດ້ຍົກອອກການກຳນົດທິດໃຫຍ່ໃຫ້ແກ່ໜັງສືພິມກອງທັບປະຊາຊົນ ໃນປີ 2021. ຕາມນັ້ນແລ້ວ, ໜັງສືພິມກອງທັບປະຊາຊົນຄວນສືບຕໍ່ນຳໜ້າໃນຂົງເຂດກໍ່ສ້າງພັກ; ຢຶດໝັ້ນຕໍ່ສູ້ຢ່າງບໍ່ຢຸດຢັ້ງເຮັດໃຫ້ຍຸດທະສາດ “ການຜັນແປໂດຍສັນຕິ” ຂອງບັນດາອິດທິກຳລັງເປັນປໍລະປັກ, ສັດຕູຖືກປະລາໄຊ ແລະຕ້ານ “ການຜັນແປດ້ວຍຕົນເອງ, ການຫັນປ່ຽນດ້ວຍຕົນເອງ; ປະກອບສ່ວນກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ສືບຕໍ່ແຜ່ຂະຫຍາຍຄຸນນະທາດລຸງໂຮ່ ໃນສະພາບການໃໝ່, ພ້ອມກັນນັ້ນກໍ່ປະກອບສ່ວນເຂົ້າໃນການບໍາລຸງສ້າງພະນັກງານ, ນັກຮົບທົ່ວກອງທັບໃຫ້ມີຄຸນສົມບັດ, ຄຸນນະທາດ,  ຄວາມສາມາດ, ແບບແຜນ, ຄວາມຮູ້, ມີສຸຂະພາບແຂງແຮງ ເພື່ອປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ...

leftcenterrightdel
ທ່ານພົນໂທ ເຈິ່ນກວາງເຟືອງ ມອບຂອງຂວັນອວຍພອນປີໃໝ່ໜັງສືພິມກອງທັບປະຊາຊົນ. ພາບ: qdnd.vn

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດປີສະຫຼູ 2021, ຕາງໜ້າໃຫ້ຫົວໜ້າກົມໃຫຍ່ການເມືອງ, ທ່ານພົນໂທ ເຈິ່ນກວາງເຟືອງ ໄດ້ອວຍພອນໃຫ້ພະນັກງານ, ນັກບັນນາທິການ, ນັກຂ່າວ, ພາລະກອນ, ນັກຮົບຂອງໜັງສືພິມກອງທັບປະຊາຊົນພ້ອມດ້ວຍຄອບຄົວທຸກຄົນປີໃໝ່ຈົ່ງປະສົບແຕ່ສິ່ງທີ່ດີງາມທີ່ສຸດ.

ໂດຍ: ທະນາພອນ