leftcenterrightdel
ພາບປະກອບ: baoquankhu4.com.vn..

ກົມກອງຫຼອນ-ປ້ອງກັນຕົວ ໄດ້ເປັນເຈົ້າການເປັນເສນາທິການ, ຊີ້ນຳ, ແນະນຳບັນດາທ້ອງຖິ່ນ, ອົງການ, ກົມກອງກໍ່ສ້າງກຳລັງກອງຫຼອນ-ປ້ອງກັນຕົວ; ປັບປຸງ, ບູລະນະອົງການຈັດຕັ້ງ, ບຸກຄະລາກອນກອງບັນຊາການທະຫານຂັ້ນຕາແສງ, ກົມກອງກອງຫຼອນ-ປ້ອງກັນຕົວເພື່ອໃຫ້ເໝາະສົມກັບການຊັບຊ້ອນອົງການບໍລິຫານຂັ້ນເມືອງ, ຂັ້ນຕາແສງ; ສືບຕໍ່ຜັນຂະຫຍາຍການປະຕິບັດບັນດາແຜນຮ່າງກ່ຽວກັບວຽກງານກອງຫຼອນ-ປ້ອງກັນຕົວ, ສຶກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ກໍ່ສ້າງກຳລັງກອງຫຼອນປະຈຳການຢູ່ເຂດຊາຍແດນທາງບົກ ແລະຜັນຂະຫຍາຍແຜນການກໍ່ສ້າງບັນດາຮູບແບບກົມກອງກອງຫຼອນປະຈຳການ... ທົ່ວປະເທດໄດ້ກໍ່ສ້າງຮາກຖານກອງຫຼອນ-ປ້ອງກັນຕົວກວ່າ 24.400 ໜ່ວຍ, ບັນລຸອັດຕາ 1,45% ເມື່ອທຽບໃສ່ຈຳນວນປະຊາກອນ, ສະມາຊິກພັກໃນກຳລັງກອງຫຼອນ-ປ້ອງກັນຕົວ ບັນລຸ 25,5%... ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນລ້ວນແຕ່ເອົາໃຈໃສ່ເປັນພິເສດເຖິງການບຳລຸງຄວາມຮູ້ດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບໃຫ້ບັນດາເປົ້າໝາຍຕາມຂ້ໍກຳນົດ, ບັນລຸ 95,39%...

ໂດຍ: ແສງເດືອນ