leftcenterrightdel
ທ່ານພັນເອກພິເສດ ດວ່ານຊວນໂບ້ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ໃນປີ 2020, ໜັງສືພິມກອງທັບປະຊາຊົນ ໄດ້ຍູ້ແຮງ ແລະປະຕິບັດວຽກງານໂຄສະນາບັນດາເຫດການສໍາຄັນຂອງປະເທດ, ບັນດາການເຄື່ອນໄຫວພົວພັນຕ່າງປະເທດທີ່ພົ້ນເດັ່ນຂອງການນໍາພັກ, ລັດ, ກະຊວງປ້ອງກັນປະເທດ; ບັນດາເຫດການໃນປີຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021; ຫວຽດນາມ ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ໄດ້ເປັນຢ່າງດີ...

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ໜັງສືພິມກອງທັບປະຊາຊົນຫວຽດນາມ ກໍ່ໄດ້ສົມທົບກັບກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຈັດຕັ້ງສໍາເລັດການເສັງຂຽນດ້ວຍຫົວຂໍ້ “ປະເທດລັດເຊຍ ໃນດວງໃຈຂ້າພະເຈົ້າ” ປີ 2020 ແລະການໂອ້ລົມສົນທະນາດ້ວຍຫົວຂໍ້ “70 ປີແຫ່ງການຮ່ວມມືບໍາລຸງສ້າງຫວຽດນາມ-ໂຊວຽດ/ສະຫະພັນລັດເຊຍ: ຂີດໝາຍຂ້າມເວລາ”, ໂຄສະນາເຜີຍແຜ່ງານແຂ່ງຂັນກິລາການທະຫານສາກົນ (Army Games) 2020 ສໍາເລັດຜົນ, ສ້າງຄວາມປະທັບໃຈອັນເລິກເຊິ່ງຕໍ່ກັບເພື່ອນຜູ້ ອ່ານທັງພາຍໃນ ແລະຕ່າງປະເທດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບລວມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພັນເອກພິເສດ ດວ່ານຊວນໂບ້ ຫວັງວ່າ ໜັງສືພິມກອງທັບປະຊາຊົນຫວຽດນາມ ສືບຕໍ່ໄດ້ຮັບທິດຊີ້ນຳ, ຄຳເຫັນປະກອບເພື່ອແນໃສ່ຊ່ວຍໃຫ້ວຽກງານໂຄສະນາຂໍ້ມູນຂ່າວການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ ແລະການພົວພັນຕ່າງປະເທດດ້ານປ້ອງກັນຊາດ ໃນສື່ສິ່ງພິມຂອງໜັງສືພິມກອງທັບປະຊາຊົນ ໃຫ້ນັບມື້ນັບອຸດົມສົມບູນ ແລະມີຄຸນນະພາບ. ທ່ານພັນເອກພິເສດ ດວ່ານຊວນໂບ້ ກໍ່ໃສ່ໃຈວ່າ ບັນດາພະແນກ, ຂະແໜງການຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ຕ້ອງເປັນເຈົ້າການໃກ້ຊິດຕິດແທດກັບບັນດາອົງການກ່ຽວຂ້ອງຂອງສູນກາງ ກໍຄືບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອມີຂໍ້ມູນຂ່າວສານ ແລະເປັນເຈົ້າການເປັນເສນາທິການຊ່ວຍໃຫ້ຄະນະບັນນາທິການ ຈັດຕັ້ງການໂຄສະນາການຕ່າງປະເທດ ໃຫ້ເປັນຢ່າງດີ.

ໂດຍ: ໄຊຊະນະ