leftcenterrightdel
ທ່ານພົນໂທ ເຈິ່ນເດີນ ເປັນປະທານກອງປະຊຸມ. ພາບ: qdnd.vn

ປີ 2020, ພ້ອມກັບການປະຕິບັດໜ້າທີ່ການເມືອງຈຸດສຸມຢ່າງມີໄຊແລ້ວ, ກອງທັບຍາມໃດກໍ່ແມ່ນກໍາລັງຫຼັກແຫຼ່ງໃນດ່ານໜ້າປ້ອງກັນ, ຕ້ານພະຍາດໂຄວິດ-19, ກູ້ໄພກູ້ຊີບ, ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານອື່ນໆ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ຄະນະບັນຊາບັນດາອົງການ, ກົມກອງ, ຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດໂຄວິດ-19 ທຸກຂັ້ນ ໄດ້ຍົກສູງຈິດໃຈ “ຕ້ານພະຍາດຄືຕ້ານສັດຕູ”, “ຕ້ານພະຍາດແມ່ນໜ້າທີ່ສູ້ຮົບໃນສະໄໝສັນຕິພາບ”; ປະກາດໃຊ້ບັນດາມະຕິ, ຄໍາສັ່ງ, ໂທລະເລກ ນໍາພາ, ຊີ້ນໍາ; ກໍ່ສ້າງແຜນການ, ແນະນໍາ, ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງຂ້ຽວຂາດ... ເຊິ່ງການນໍາພັກ, ລັດ, ປະຊາຊົນ ແລະເພື່ອນມິດສາກົນຮັບຮູ້ ແລະຕີລາຄາສູງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຢູ່ສະຖານທີ່ຕ່າງໆ. ພາບ: qdnd.vn

ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍນໍ້າໃຈ, ຄວາມຮັບຜິດຊອບຂອງບັນດາອົງການ, ກົມກອງ ແລະພະນັກງານ, ພາລະກອນ, ນັກຮົບໃນທົ່ວກອງທັບໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ວິເຄາະໄຈ້ແຍກການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19 ໃນໂລກ, ຊີ້ໃຫ້ເຫັນຄວາມອັນຕະລາຍທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ຖ້າປະໃຫ້ພະຍາດໂຄວິດ-19 ກັບຄືນ, ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໃໝ່, ທ່ານພົນໂທ ເຈິ່ນເດີນ ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາ, ຄະນະຊີ້ນໍາປ້ອງກັນ, ຕ້ານພະຍາດໂຄວິດ-19 ທຸກຂັ້ນຕ້ອງຊາບຊຶມຄໍາສັ່ງ, ມະຕິ, ໂທລະເລກຂອງຂັ້ນເທິງຢ່າງເລິກເຊິ່ງ, ໃກ້ຊິດຕິດແທດກັບຈຸດພິເສດຂອງແຕ່ລະອົງການ, ກົມກອງ, ແຕ່ລະເຂດພາກ, ຄົ້ນຄວ້າ, ສະເໜີຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນສະພາບການໃໝ່ຢ່າງຄົບຊຸດ.

ໂດຍ: ໄຊຊະນະ