leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ວັນຈ້ຽນ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈີ້ວິ້ງ ຮຽກຮ້ອງໃຫ້ຄະນະຊີ້ນໍາ 701 ສືບຕໍ່ຍູ້ແຮງວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ. ກ່ອນອື່ນໝົດແມ່ນສຸມໃສ່ປັບປຸງບັນດາເອກະສານກ່ຽວກັບການຮັບປະກັນລະບອບ, ນະໂຍບາຍ, ມາດຕະການໜູນຊ່ວຍສໍາລັບຜູ້ທີ່ເຂົ້າຮ່ວມການຕໍ່ຕ້ານທີ່ຖືກຕິດທາດພິດສີສົ້ມ ແລະຄົນຮຸ່ນຫຼັງທີ່ຖືກຜົນສະທ້ອນ. ຍູ້ແຮງວຽກງານໂຄສະນາ, ລະດົມບັນດາແຫຼ່ງກໍາລັງພາຍໃນ ແລະຕ່າງປະເທດ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະທາດພິດສີສົ້ມ; ຈັດຕັ້ງການປະຕິບັດບັນດາໂຄງການກໍາຈັດດີໂອຊິນ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ, ໂຄງການເກັບກູ້ລູກລະເບີດບໍ່ທັນແຕກຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ປະສິດທິຜົນ. ໃນວິວັດການປະຕິບັດຕ້ອງຮັບປະກັນຄວາມປອດໄພຢ່າງເດັດຂາດ; ປະຕິບັດບັນດາຂໍ້ກໍານົດກ່ຽວກັບການຄຸ້ມຄອງການລົງທຶນພາກລັດ, ຄຸ້ມຄອງ, ນໍາໃຊ້ແຫຼ່ງທຶນ ODA ຢ່າງເຂັ້ມງວດ. ສຸມໃສ່ປະຕິບັດການກໍາຈັດທາດພິດສີສົ້ມຢູ່ບັນດາສະຖານທີ່ຖືກມົນລະພິດທີ່ໄດ້ຄົ້ນພົບໃຫ້ສໍາເລັດ; ສືບຕໍ່ສຳຫຼວດ, ຕີລາຄາສະພາບທາດພິດສີສົ້ມທີ່ຍັງຕົກຄ້າງຢູ່ບັນດາເຂດຖືກພົ່ນຢາຍ ແລະບັນດາບ່ອນທີ່ສົງໄສວ່າມີທາດພິດສີສົ້ມ. ພ້ອມກັນນັ້ນ, ສືບຕໍ່ຄົ້ນຄວ້າພື້ນຖານນິຕິກໍາ, ພື້ນຖານວິທະຍາສາດ, ສະພາບຕົວຈິງເພື່ອຕໍ່ສູ້ຍາດເອົາສິດຜົນປະໂຫຍດ ແລະຄວາມຍຸຕິທໍາໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ໂດຍ: ໄຊຊະນະ