ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນບັນລຸໄດ້ໃນບັນດາຂົງເຂດບໍາລຸງສ້າງ, ການຮັກສາສັນຕິພາບ ສປຊ, ຄວາມໝັ້ນຄົງທາງທະເລ ໃນໄລຍະຜ່ານມາ, ສອດຄ່ອງກັບບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດ ໄດ້ລົງນາມໃນປີ 2019.

leftcenterrightdel
ທ່ານພົນຕີ ຫວູຈ໊ຽນຖັ໊ງ ເປັນປະທານຮ່ວມກອງປະຊຸມປຶກສາຫາລືທາງໄກ. ພາບ: ວັນຮ໊ຽວ.

ໃນໄລຍະຈະມາເຖິງ, ກ່ຽວກັບການພົວພັນສອງຝ່າຍ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງສ້າງແຜນການຮ່ວມມື 3 ປີ (2021-2023), ເປັນພື້ນຖານເພື່ອຊຸກຍູ້ບັນດາເນື້ອໃນຮ່ວມມືຢ່າງແທດຈິງລະຫວ່າງສອງປະເທດ. ສອງຝ່າຍກໍ່ເຫັນດີຊຸກຍູ້ກົນໄກເຈລະຈານະໂຍບາຍປ້ອງກັນຊາດ, ໃນນັ້ນກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດສອງຝ່າຍຫວຽດນາມ-ການາດາ ແມ່ນພື້ນຖານເພື່ອສະເໜີໃຫ້ການນໍາກະຊວງປ້ອງກັນປະເທດສອງປະເທດກ່ຽວກັບທິດທາງຮ່ວມມືໃນອະນາຄົດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມປຶກສາຫາລື. ພາບ: ວັນຮ໊ຽວ.

ເນື່ອງໃນໂອກາດນີ້, ທ່ານພົນຕີ ຫວູຈ໊ຽນຖັ໊ງ ກໍ່ແຈ້ງໃຫ້ຝ່າຍການາດາ ຮັບຊາບກ່ຽວກັບຜົນການຈັດຕັ້ງບັນດາການເຄື່ອນໄຫວປ້ອງກັນຊາດຫຼາຍຝ່າຍໃນປີຫວຽດນາມ ດໍາລົງຕໍາແໜ່ງປະທານອາຊຽນ 2020 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021; ພ້ອມທັງໃຫ້ຮູ້ວ່າ, ຫວຽດນາມ ສະໜັບສະໜູນການຮ່ວມມືຂອງການາດາ ໃນບັນດາກົນໄກຮ່ວມມືດ້ານປ້ອງກັນຊາດຂອງອາຊຽນ, ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ, ສອດຄ່ອງກັບຫຼັກການເຫັນດີເຫັນພ້ອມຂອງອາຊຽນ.

ສ່ວນທ່ານ Peter Hammerschmidt ຕີລາຄາສູງບົດບາດ ແລະໝາກຜົນເຊິ່ງ ຫວຽດນາມ ບັນລຸໄດ້ໃນປີປະທານອາຊຽນ 2020, ພ້ອມທັງໃຫ້ຄໍາໝັ້ນສັນຍາຈະຕັ້ງໜ້າເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າບັນດາກົນໄກຮ່ວມມືຫຼາຍຝ່າຍ, ສອດຄ່ອງກັບຫຼັກການ ແລະຜົນປະໂຫຍດຂອງພາກພື້ນ.

ໂດຍ: ໄຊຊະນະ