leftcenterrightdel
ທ່ານພົນເອກ ໂງຊວນລິກ ຕ້ອນຮັບທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ. ພາບ: qdnd.vn.

ທ່ານພົນເອກ ໂງຊວນລິກ ຊົມເຊີຍທ່ານນາງ Lianys Torres Rivera ທີ່ໄດ້ປະຕິບັດສໍາເລັດໜ້າທີ່ການທູດຢູ່ຫວຽດນາມ ເປັນຢ່າງດີ, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສອງປະເທດເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ. ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າໃນຖານະຕໍາແໜ່ງໃໝ່ຂອງຕົນ, ທ່ານນາງເອກອັກຄະລັດຖະທູດຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນຊຸກຍູ້ການພົວພັນລະຫວ່າງສອງປະເທດ, ສອງກອງທັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ.

ສອງຝ່າຍຕີລາຄາສູງບົດບາດຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ, ກາຍເປັນເສົາຄໍ້າສໍາຄັນໃນການພົວພັນລະຫວ່າງສອງປະເທດ, ປະກອບສ່ວນປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດໃຫ້ໝັ້ນຄົງເຂັ້ມແຂງ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານນາງ Lianys Torres Rivera ພ້ອມດ້ວຍບັນດາຜູ້ແທນ. ພາບ: qdnd.vn.

ສ່ວນທ່ານນາງ Lianys Torres Rivera ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ອົງອາດກ້າແກ່ນບໍ່ຍອມຈຳນົນໃນສົງຄາມ, ດຸໝັ່ນຂະຫຍັນພຽນ, ປະດິດຄິດສ້າງໃນການພັດທະນາປະເທດຊາດ. ພິເສດ, ຫວຽດນາມແມ່ນໜຶ່ງໃນບັນດາປະເທດທີ່ມີຄວາມປອດໄພໃນສະພາບພະຍາດໂຄວິດ-19 ພວມແຜ່ລະບາດໃນທ່ົວໂລກ. ທ່ານນາງ Lianys Torres Rivera ຢັ້ງຢືນເຖິງວ່າຈະຢູ່ໃນຖານະຕໍາແໜ່ງໃດທ່ານນາງກໍ່ຈະມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງສອງປະເທດເວົ້າລວມ ແລະການພົວພັນດ້ານ ປ້ອງກັນຊາດເວົ້າສະເພາະ.

ໂດຍ: ທູຈາງ