leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ວັນຮ໊ຽວ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຢັ້ງຢືນບົດບາດສໍາຄັນຂອງບັນດາສະມາຄົມທ້ອງຖິ່ນໃນການຊຸກຍູ້, ເພີ່ມທະວີການເຄື່ອນໄຫວການຕ່າງປະເທດປະຊາຊົນລະຫວ່າງສອງປະເທດ, ຜ່ານນັ້ນສືບຕໍ່ໃຫ້ກາຍເປັນຂົວຕໍ່ທີ່ສໍາຄັນ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນຫວຽດນາມ ແລະກໍາປູເຈຍ ເວົ້າລວມກໍຄືປະຊາຊົນບັນດາແຂວງ, ນະຄອນຂອງຫວຽດນາມ ກັບປະຊາຊົນບັນດາທ້ອງຖິ່ນຂອງກໍາປູເຈຍ ເວົ້າສະເພາະໃຫ້ເລິກເຊິ່ງຂຶ້ນຕື່ມ. ໃນໄລຍະຜ່ານມາ, ບັນດາສະມາຄົມທ້ອງຖິ່ນໄດ້ປະຕິບັດວຽກງານກຸສົນ, ໜູນຊ່ວຍບັນດາເຂດປະສົບກັບຄວາມຫຍຸ້ງຍາກຢູ່ກໍາປູເຈຍ, ຕັ້ງໜ້າເຂົ້າຮ່ວມລາຍການ “ປູກຝັງໄມຕີຈິດມິດຕະພາບ” ຮັບດູແລເບິ່ງແຍງນັກສຶກສາກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ວັນຮ໊ຽວ.

ຄຽງຂ້າງນັ້ນ, ບັນດາບົດປະກອບຄໍາເຫັນກໍເນັ້ນໜັກວ່າ, ດ້ວຍບັນດາຮູບການທີ່ອຸດົມສົມບູນ, ມີປະສິດທິຜົນ, ບັນດາອົງການຈັດຕັ້ງສະມາຄົມທ້ອງຖິ່ນໄດ້ຕັ້ງໜ້າຊ່ວຍເຫຼືອສະມາຊິກຂອງສະມາຄົມລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດວັນບຸນ, ວັນສໍາຄັນຕ່າງໆ, ຈັດຕັ້ງການຢ້ຽມຢາມສະໜາມຮົບເກົ່າໃຫ້ແກ່ຄະນະຜູ້ແທນ, ເຂົ້າຮ່ວມການເຄື່ອນໄຫວຕອບບຸນແທນຄຸນ, ຊອກຫາອັດຖິເພື່ອນຮ່ວມກົມກອງທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກໍາປູເຈຍ... ຜ່ານນັ້ນເປັນການປະກອບສ່ວນປັບປຸງ, ພັດທະນາສະມາຄົມໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ໂດຍ: ໄຊຊະນະ