ການລາດຕະເວນຄັ້ງນີ້ມີການເຂົ້າຮ່ວມຂອງກໍາລັງກອງເຮືອ 264, 265 ສັງກັດທະຫານເຮືອປະຊາຊົນຫວຽດນາມ ເຂດ 5 ແລະກອງເຮືອ 533, 552 ຂອງທະຫານເຮືອລາດຊະວົງ ໄທ.

leftcenterrightdel
ກໍາປັ່ນທະຫານເຮືອຂອງສອງປະເທດ ດໍາເນີນການລາດຕະເວນຮ່ວມ. ພາບ: qdnd.vn

ສອງຝ່າຍໄດ້ດໍາເນີນບັນດາໜ້າທີ່: ສະກັດກັ້ນ, ປາບປາມໂຈນສະຫຼັດ, ການຄ້າເຖື່ອນ, ຂົນສົ່ງຢາເສບຕິດ, ການເຂົ້າເມືອງຜິດກົດໝາຍ, ການຂຸດຄົ້ນສິນທະເລຜິດກົດໝາຍ ແລະປົກປ້ອງສິ່ງແວດລ້ອມທະເລ.

ກໍໃນຂອບເຂດການລາດຕະເວນຄັ້ງນີ້, ສອງຝ່າຍໄດ້ຈັດການຝຶກຊ້ອມບັນດາເນື້ອໃນສື່ສານທີ່ເປັນພື້ນຖານ; ກົດແຫ່ງການປະພຶດໃນການພົບກັນໂດຍບັງເອີນຢູ່ທະເລ ແລະການຊອກຫາກູ້ຊີບ. ການເຄື່ອນໄຫວລາດຕະເວນເພື່ອແນໃສ່ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ແກ່ປະຊາຊົນສອງປະເທດພັດທະນາເສດຖະກິດທະເລພ້ອມທັງຊຸກຍູ້ການພົວພັນຮ່ວມມື, ຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນລະຫວ່າງທະຫານເຮືອສອງປະເທດ.

ໂດຍ: ໄຊຊະນະ