ທີ່ການຕ້ອນຮັບ, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນທີ່ບັນລຸໄດ້ໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ໃນນັ້ນການພົວພັນດ້ານປ້ອງກັນຊາດສອງຝ່າຍພັດທະນາສອດຄ່ອງກັບບັນດາຂໍ້ຕົກລົງຂອງການນໍາຂັ້ນສູງ ແລະກະຊວງປ້ອງກັນປະເທດຂອງສອງປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານ Robert O’Brien ທີ່ການຕ້ອນຮັບ. ພາບ: ອົງກ໊ວກຈີ໊ງ.

ທ່ານພົນເອກ ໂງຊວນລິກ ຕີລາຄາສູງຕໍ່ຄວາມໝາຍການຢ້ຽມຢາມຂອງທ່ານ Robert O’Brien ເພື່ອແນໃສ່ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ກໍຄືບັນດາໝາກຜົນ ເຊິ່ງສອງຝ່າບັນລຸໄດ້ໃນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ພົ້ນເດັ່ນແມ່ນການຜັນຂະຫຍາຍໂຄງການແກ້ໄຂສະພາບແວດລ້ອມ, ກໍາຈັດມົນລະພິດດີໂອຊິນ ຢູ່ສະໜາມບິນບຽນຮວ່າ, ໂຄງການໜູນຊ່ວຍຄົນພິການຫວຽດນາມ ຢູ່ບັນດາທ້ອງຖິ່ນທີ່ຖືກພົ່ນທາດພິດສີສົ້ມ, ທຳລາຍ, ເກັບກູ້ລະເບີດບໍ່ທັນແຕກ, ຊອກຫາກະດູກທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ, ການໜູນຊ່ວຍຂອງຝ່າຍອາເມລິກາ ໃນຂົງເຂດຮັກສາສັນຕິພາບ ສປຊ ແລະຍົກສູງກໍາລັງຄວາມສາມາດໃຫ້ແກ່ກໍາລັງຕໍາຫຼວດທະເລຫວຽດນາມ.

ສ່ວນທ່ານ Robert O’Brien ຢັ້ງຢືນວ່າ ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ ແລະສະໜັບສະໜູນຫວຽດນາມ ໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ເອກະລາດ ແລະວັດທະນາຖາວອນ, ທ່ານຫວັງວ່າ ຫວຽດນາມ ຈະສວມບົດບາດນັບມື້ນັບມີຄວາມສໍາຄັນຢູ່ພາກພື້ນ ແລະເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ຖືການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເປັນຈຸດສຸມ, ພື້ນຖານຂອງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ; ພ້ອມທັງຂອບໃຈຕໍ່ຄວາມມານະພະຍາຍາມຂອງຫວຽດນາມ ໃນການໜູນຊ່ວຍຊອກຫາກະດູກທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ແລະຢັ້ງຢືນວ່າຈະສືບຕໍ່ຊຸກຍູ້ບັນດາໂຄງການ, ການເຄື່ອນໄຫວຮ່ວມມືໃນຂົງເຂດນີ້.

ໂດຍ: ໄຊຊະນະ