ADSOM ແລະ ADSOM+ ແມ່ນບັນດາກອງປະຊຸມປະຈໍາປີໃນຂອບເຂດການຮ່ວມມືຂອງ ADMM ແລະ ADMM+. ກອງປະຊຸມ ADSOM ມີການເຂົ້າຮ່ວມຂອງເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ທີ່ມາຈາກບັນດາປະເທດອາຊຽນ ໃນລະດັບຂັ້ນຮອງລັດຖະມົນຕີປ້ອງກັນປະເທດ, ເລຂາທິການໃຫຍ່ປ້ອງກັນປະເທດ ຫຼື ທຽບເທົ່າ. ຕາມທໍານຽມ, ບັນດາຜູ້ແທນເຂົ້າຮ່ວມ ADSOM ຈະໄດ້ຮັບຟັງບົດລາຍງານຜົນການເຄື່ອນໄຫວຂອງກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM WG), ກອງປະຊຸມເຄືອຂ່າຍສະຖາບັນຄົ້ນຄວ້າປ້ອງກັນຊາດ ແລະຄວາມໝັ້ນຄົງອາຊຽນ (NADI), ອັບເດດວິວັດການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດ ADMM, ພິຈາລະນາບັນດາຂໍ້ລິເລີ່ມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນຂອບເຂດ ADMM ແລະ ADMM+, ກະກຽມລາຍການໃຫ້ແກ່ ADMM... ໃນຂະນະນັ້ນ, ກອງປະຊຸມ ADMM+ ມີການເຂົ້າຮ່ວມຂອງເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດຂັ້ນຮອງລັດຖະມົນຕີປ້ອງກັນປະເທດ, ເລຂາທິການໃຫຍ່ປ້ອງກັນປະເທດ ຫຼື ທຽບເທົ່າຂອງ 10 ປະເທດອາຊຽນ ແລະ 8 ຄູ່ຮ່ວມເຈລະຈາຂອງອາຊຽນ ລວມມີ: ລັດເຊຍ, ຈີນ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ ແລະອິນເດຍ. ກອງປະຊຸມ ADSOM+ ໄດ້ຈັດຕັ້ງຂຶ້ນເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະການຕັດສິນຂອງ ADMM+, ເປັນປະທານວຽກງານກະກຽມໃຫ້ແກ່ ADMM+, ຮັບຮອງເອົາແຜນການເຄື່ອນໄຫວ 3 ປີຂອງບັນດາກຸ່ມຊ່ຽວຊານ ADMM+ ໃນປີມອບ-ຮັບໜ້າທີ່ລະຫວ່າງ 2 ໄລຍະຂອງບັນດາກຸ່ມນັກຊ່ຽວຊານ...

leftcenterrightdel
ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນຂໍ່ານັບຊົມເຊີຍກອງປະຊຸມທາງໄກ ADSOM+ ໃນເດືອນກໍລະກົດ ປີ 2020. ພາບ: ຟູ໊ເຊີນ.

ບັນດາກອງປະຊຸມທາງໄກ ໃນວັນທີ 17 ແລະວັນທີ 19 ພະຈິກ 2020 ບໍ່ແມ່ນບັນດາກອງປະຊຸມ ADSOM ແລະ ADSOM+ ອັນໜຶ່ງດຽວທີ່ໄດ້ຈັດຕັ້ງໃນປີ 2020 ນີ້. ເມື່ອກາງເດືອນພຶດສະພາ ຜ່ານມາ, ກອງປະຊຸມທາງໄກ ADSOM ກໍ່ໄດ້ຈັດຂຶ້ນເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດອາຊຽນ, ເສີມຂະຫຍາຍບົດບາດປະທານ ADMM ແລະ ADMM+ ຂອງກະຊວງປ້ອງກັນປະເທດຫວຽດນາມ ໃນປີປະທານອາຊຽນຂອງຫວຽດນາມ; ຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ ແລະອາຊຽນ+3 ສະໄໝພິເສດກ່ຽວກັບການຮັບມືກັບພະຍາດໂຄວິດ-19 ກໍຄືຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ ໃນການຮັບມືກັບພະຍາດໂຄວິດ-19 ເຊິ່ງໄດ້ຮັບຮອງເອົາຢູ່ກອງປະຊຸມ ADMM ວົງແຄບເມື່ອເດືອນກຸມພາ ປີ 2020 ຜ່ານມາ. ຕາມນັ້ນແລ້ວ, ຫົວໜ້າ ADSOM ຂອງບັນດາປະເທດອາຊຽນ ໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານປ້ອງກັນຊາດອາຊຽນ ໃນການຮັບມືກັບພະຍາດໂຄວິດ-19, ລວມທັງການແບ່ງປັນບົດຮຽນຂອງກອງທັບບັນດາປະເທດອາຊຽນ ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ແລກປ່ຽນທິດທາງຮ່ວມມືເພື່ອຮັບມືກັບໂລກລະບາດໃນອະນາຄົດ. ບັນດາຜູ້ແທນກໍແບ່ງປັນທັດສະນະກ່ຽວກັບສະພາບການສາກົນ, ພາກພື້ນໃນສະພາບເກີດພະຍາດໂຄວິດ-19 ແລະໄລຍະຫຼັງໂຄວິດ-19, ພ້ອມທັງປຶກສາຫາລືທິດທາງຮ່ວມມືດ້ານປ້ອງກັນຊາດອາຊຽນ ໃນໄລຍະຈະມາເຖິງ...

ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກພະຍາດໂຄວິດ-19, ຕັ້ງແຕ່ຕົ້ນປີມາຮອດປັດຈຸບັນ, ໃນຖານະເປັນປະທານ ADMM ແລະ ADMM+, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມານະພະຍາຍາມຮັກສາວິວັດການຮ່ວມມືດ້ານປ້ອງກັນຊາດອາຊຽນ ຢ່າງບໍ່ຢຸດຢັ້ງ. ເລື່ອງຈັດຕັ້ງບັນດາກອງປະຊຸມ ADSOM ແລະ ADSOM+ ຕາມຮູບການທາງອອນລາຍໃນວັນທີ 17 ແລະວັນທີ 19 ພະຈິກ ແມ່ນສືບຕໍ່ສະແດງໃຫ້ເຫັນການຕັດສິນໃຈຂອງກະຊວງປ້ອງກັນປະເທດຫວຽດນາມ ໃນການຈັດຕັ້ງບັນດາກອງປະຊຸມການທະຫານ-ການປ້ອງກັນຊາດຕາມແຜນການໃນປີເປັນປະທານອາຊຽນ 2020 ດ້ວຍຄວາມມານະພະຍາຍາມສູງສຸດຕາມເນື້ອໃນຈິດໃຈ “ຮ່ວມມືດ້ານປ້ອງກັນຊາດ ເພື່ອອາຊຽນທີ່ສະໜິດຕິດພັນ ແລະເປັນເຈົ້າການຮັບມື”. ຜົນສໍາເລັດຂອງບັນດາກອງປະຊຸມທາງໄກ ADSOM ແລະ ADSOM+ ຈະແມ່ນການສ້າງທ່າສະດວກໃຫ້ແກ່ ADMM-14  ແລະ ADMM+ ຄັ້ງທີ 7 ທີ່ຈະມາເຖິງ.

ໂດຍ: ໄຊຊະນະ