ເນື່ອງໃນໂອກາດນີ້, ທ່ານພົນໂທ ຫງວຽນຈີ໋ວິງ ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ຕອບບາງຄໍາຖາມຂອງນັກຂ່າວກ່ຽວກັບບັນຫານີ້:

leftcenterrightdel
ທ່ານພົນໂທ ຫງວຽນຈີ໋ວິງ. ພາບ: qdnd.vn.

ນັກຂ່າວ (ນຂ): ຂໍຮຽນທ່ານພົນໂທ, ທ່ານຕີລາຄືແນວໃດກ່ຽວກັບບັນຫາກອງປະຊຸມສະໄໝສະມັນ ເທື່ອທີ 10, ສະພາແຫ່ງຊາດ ຊຸດທີ XIV, ຈະຮັບຮອງເອົາຮ່າງມະຕິຂອງສະພາແຫ່ງຂາດກ່ຽວກັບການເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ?

ທ່ານພົນໂທ ຫງວຽນຈີ໋ວິງ: ພວກເຮົາໄດ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ກວ່າ 6 ປີແລ້ວ, ແລະບັນລຸໄດ້ບັນດາຜົນງານສໍາຄັນທີ່ສຸດ, ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນກໍ່ຄືພາຍໃນປະເທດ. ໄດ້ມີໝາກຜົນຄືດັ່ງກ່າວແມ່ນຍ້ອນມີຫຼາຍສາເຫດ, ໃນນັ້ນທໍາອິດແມ່ນພື້ນຖານນິຕິກໍາກ່ຽວກັບການຊີ້ນໍານຳພາຂອງພັກ, ການບໍລິຫານຂອງລັດຖະບານ ແລະການຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຕໍ່ກັບຂົງເຂດນີ້. ຂີດໝາຍສຳຄັນພິເສດແມ່ນໃນປີ 2013, ກົມການເມືອງໄດ້ຮັບຮອງເອົາ “ແຜນຮ່າງສັງລວມກ່ຽວກັບເລື່ອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ”. ບົນພື້ນຖານນັ້ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ສ້າງ ແລະຍື່ນສະເໜີລັດຖະບານອະນຸມັດຜ່ານ “ແຜນຮ່າງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄລຍະ 2014-2020 ແລະຊຸມປີຕໍ່ໜ້າ”. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ພວກເຮົາກໍາລັງຕ້ອງການພື້ນຖານນິຕິກໍາທີ່ມີລັກສະນະພື້ນຖານກວ່າ, ນັ້ນແມ່ນເອກະສານຂອງສະພາແຫ່ງຊາດວ່າດ້ວຍການເຄື່ອນໄຫວຮັກສາສັນຕິພາບ ສປຊ ເພື່ອເປັນພື້ນຖານໃຫ້ເອກະສານນິຕິກຳທັງໝົດ ເພື່ອແນໃສ່ຜັນຂະຫຍາຍຢ່າງຄົບຊຸດ ແລະສຸດຂີດເຄົາລົບກົດໝາຍຫວຽດນາມ , ກໍ່ຄືກົດໝາຍສາກົນໃນວິວັດທີ່ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ຕາມຂ້າພະເຈົ້າ ແລ້ວ, ເລື່ອງສະພາແຫ່ງຊາດພິຈາລະນາຮັບຮອງເອົາຮ່າງມະຕິບໍ່ພຽງແຕ່ມີຄວາມໝາຍດ້ານນິຕິກໍາ, ບໍ່ພຽງແຕ່ສະຫງວຽນໃຫ້ກໍາລັງຮັກສາສັນຕິພາບເທົ່ານັ້ນ. ຫາກມັນຍັງເປັນສານຂອງປະເທດທີ່ຢັ້ງຢືນວ່າ, ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ພິສູດໃຫ້ປະເທດຕ່າງໆເຫັນໄດ້ວ່າ, ພັກ, ລັດ, ສະພາແຫ່ງຊາດຫວຽດນາມ ລ້ວນແຕ່ມີເຈດຈໍານົງດຽວແມ່ນປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ເລື່ອງພວກເຮົາເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ນໍາເຂົ້າກົດໝາຍ, ໝາຍຄວາມວ່າພວກເຮົາໄດ້ຢັ້ງຢືນຈະເຂົ້າຮ່ວມພາລະກໍານີ້ໃນໄລຍະຍາວ, ດ້ວຍກໍາລັງແຮງຂອງປະເທດ, ຫາກບໍ່ແມ່ນໃນໄລຍະສັ້ນດ້ວຍກົມກອງ ຫຼື ກໍາລັງລະອຽດໃດໜຶ່ງ. ແລະພິເສດ, ເລື່ອງນີ້ຈະເນັ້ນໜັກວ່າ ການເຂົ້າຮ່ວມຂອງຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ ແມ່ນມີຫຼັກການ ແລະມີການສະໜັບສະໜູນຂອງກົດໝາຍປະເທດ.

ຂ້າພະເຈົ້າຖືວ່າ ເມື່ອສະພາແຫ່ງຊາດຮັບຮອງເອົາຮ່າງມະຕິ, ວຽກງານທໍາອິດທີ່ພວກເຮົາຕ້ອງເຮັດນັ້ນແມ່ນແຈ້ງໃຫ້ ສປຊ ຮັບຊາບ. ໃນຈຳນວນກວ່າ 100 ປະເທດເຂົ້າຮ່ວມການຮັກສາສັນຕິພາບນັ້ນ, ຈຳນວນປະເທດທີ່ມີກົດໝາຍວ່າດ້ວຍການຮັກສາສັນຕິພາບແມ່ນບໍ່ຫຼາຍ.

ນຂ: ຂໍຮຽນທ່ານພົນໂທ, ມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກໍາລັງຮັກສາສັນຕິພາບຈະປະກອບສ່ວນນຳມາເຊິ່ງການປ່ຽນແປງສໍາຄັນໃດແດ່ສຳລັບການເຄື່ອນໄຫວຮັກສາສັນຕິພາບຂອງຫວຽດນາມ ໃນໄລຍະຈະມາເຖິງ?

ທ່ານພົນໂທ ຫງວຽນຈີ໋ວິງ: ຄືດັ່ງພວກເຮົາໄດ້ຮູ້ແລ້ວວ່າ, ການຮັກສາສັນຕິພາບ  ສປຊ ແມ່ນການເຄື່ອນໄຫວຂອງຫຼາຍປະເທດ, ຫຼາຍຂະແໜງ, ຫຼາຍຝ່າຍ. ຖ້າບໍ່ມີພື້ນຖານນິຕິກໍາ, ຈະສ້າງຄວາມຫຍຸ້ງຍາກທີ່ສຸດໃຫ້ກໍາລັງຂອງພວກເຮົາເມື່ອອອກຈາກປະເທດ. ຂ້າພະເຈົ້າຄິດວ່າ, ເລື່ອງສະພາແຫ່ງຂາດ ຮັບຮອງເອົາຮ່າງມະຕິກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ ບໍ່ພຽງແຕ່ມີຄວາມໝາຍຂອງເອກະສານນິຕິກໍາເທົ່ານັ້ນ, ຫາກມັນຍັງສ້າງແຫຼ່ງກໍາລັງແຮງໃຫ້ກໍາລັງຂອງເຮົາປະຕິບັດໜ້າທີ່ຢູ່ພາຍນອກສໍາເລັດຜົນ. ພ້ອມທັງຊ່ວຍຮັບປະກັນໃຫ້ພວກເຮົາປະຕິບັດຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມປອດໄພ ແລະພວກເຮົາທັງປະກອບສ່ວນຢ່າງຕັ້ງໜ້າໃຫ້ໜ້າທີ່ລວມຂອງ ສປຊ, ທັງປະກອບສ່ວນໃຫ້ການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບໃນໄລຍະຈະມາເຖິງ.

ນຂ: ຂໍຮຽນທ່ານພົນໂທ, ຂໍທ່ານໃຫ້ຮູ້, ມະຕິຈະສ້າງເງື່ອນໄຂຄືແນວໃດໃຫ້ບັນດານາຍທະຫານຂອງເຮົາເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ?

ທ່ານພົນໂທ ຫງວຽນຈີ໋ວິງ: ແນ່ນອນແລ້ວ! ເມື່ອມີມະຕິນີ້ຈະຢັ້ງຢືນຢ່າງຈະແຈ້ງກ່ຽວກັບໜ້າທີ່ຮັກສາສັນຕິພາບ ສປຊ ຂອງປະເທດພວກເຮົາ. ທີສອງ, ມະຕິຈະສ້າງເງື່ອນໄຂສະດວກໃຫ້ວຽກງານນະໂຍບາຍສຳລັບການເຄື່ອນໄຫວຮັກສາສັນຕິພາບ ສປຊ ເວົ້າລວມກໍ່ຄືພະນັກງານ, ນັກຮົບແຕ່ລະຄົນເວົ້າສະເພາະໄດ້ຮັບປະກັນດ້ວຍກົດໝາຍເມື່ອປະຕິບັດໜ້າທີ່. ແລະທີສາມ, ນີ້ຈະແມ່ນບ່ອນອີງທາງດ້ານກົດໝາຍ. ບໍ່ວ່າພະນັກງານ, ນັກຮົບຄົນໃດທີ່ເຄື່ອນໄຫວຢູ່ຕ່າງປະເທດລ້ວນແຕ່ຕ້ອງການບ່ອນອີງຂອງປະເທດ. ປະເທດປົກປ້ອງໃຫ້ແກ່ການເຄື່ອນໄຫວນີ້ ແລະປົກປັກຮັກສາບັນດາພະນັກງານ, ນັກຮົບ. ຂ້າພະເຈົ້າຖືວ່ານີ້ແມ່ນແຫຼ່ງລະດົດກໍາລັງໃຈ ແລະແມ່ນກໍາລັງແຮງທີ່ມີເນື້ອແທ້ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ ເຊິ່ງພວກເຮົາ ກໍາລັງເຂົ້າຮ່ວມ.

ເຖິງຢ່າງໃດກໍ່ຕາມຂ້າພະເຈົ້າຕ້ອງເວົ້າຕື່ມອີກວ່າ, ຖ້າມີມະຕິຄືຈ່ັງຊັ້ນ, ພວກເຮົາທັງມ່ວນຊື່ນ, ທັງເປັນຫ່ວງໃຍທີ່ສຸດ. ເມື່ອມີມະຕິແລ້ວ, ເລື່ອງຍົກສູງຄວາມສາມາດ, ຄຸນນະພາບຂອງການເຄື່ອນໄຫວຮັກສາສັນຕິພາບ ສປຊ ຈະຕ້ອງຄືແນວໃດເພື່ອສົມກັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເອົາໃຈໃສ່ຂອງພັກ, ລັດ, ສະພາແຫ່ງຂາດຕໍ່ກັບການເຄື່ອນໄຫວນີ້. ນີ້ແມ່ນບັນຫາທີ່ພວກເຮົາຕ້ອງມີຄວາມພະຍາຍາມຫຼາຍກວ່າໃນວິວັດທະນາການຍາວນານທີ່ຈະມາເຖິງ.

ນຂ: ຂໍຂອບໃຈທ່ານພົນໂທ!

ໂດຍ: ເກື່ອງດັ້ງ