ທ່ານພົນໂທ ຫງວຽນຈີ໊ວິ້ງ ຕີລາຄາສູງການຜັນຂະຫຍາຍຄັ້ງນີ້, ໃນນັ້ນທ່ານພັນໂທ ຫງວຽນບ໊າຮືງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ຈະດຳລົງຕຳແໜ່ງເປັນນັກສັງເກດການທະຫານທີ່ຄະນະປະຕິບັດງານ ສ. ຊູດັງໃຕ້. ກ່ອນໜ້ານັ້ນ, ທ່ານພັນໂທ ລຶວດິ່ງຫ໊ຽນ, ຫົວໜ້າສູນຝຶກແອບ, ກົມຮັກສາສັນຕິພາບຫວຽດນາມ ກໍ່ໄດ້ຮັບຂໍ້ຕົກລົງຂອງປະທານປະເທດ ແລະກະກຽມອອກເດີນທາງເຂົ້າຮ່ວມຄະນະປະຕິບັດງານ ສ. ອາຟະລິກາກາງ. ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ: “ຈິດໃຈຕະລຸມບອນພ້ອມແລ້ວທີ່ຈະຮັບໜ້າທີ່ທີ່ຄະນະປະຕິບັດງານຂອງບັນດາສະຫາຍພະນັກງານ, ການນຳກົມຮັກສາສັນຕິພາບຫວຽດນາມ ສະແດງໃຫ້ເຫັນຄວາມເປັນແບບຢ່າງ ແລະຈິດໃຈຮັບຜິດຊອບສູງ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາສະຫາຍຍົກສູງຄວາມສາມາດນຳພາຢູ່ກົມກອງດ້ວຍບັນດາບົດຮຽນຕົວຈິງຢູ່ບໍລິເວນ”.

leftcenterrightdel
ໂດຍໄດ້ຮັບການມອບສິດ​ຈາກປະທານປະເທດ, ທ່ານພົນໂທ ຫງວຽນຈີ໊ວິ້ງ ມອບຂໍ້ຕົກລົງໃຫ້ບັນດາສະຫາຍເດີນທາງໄປຮັບໜ້າທີ່. ພາບ: ໝີແຫ້ງ.

ທ່ານພົນໂທ ຫງວຽນຈີ໊ວິ້ງ ຮຽກຮ້ອງສືບຕໍ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ, ກໍ່ສ້າງ ແລະບຳລຸງເພື່ອໃຫ້ຫວຽດນາມ ມີບັນດານາຍທະຫານຮັກສາສັນຕິພາບສະຫະປະຊາຊາດເຂົ້າຮ່ວມປະຕິບັດໜ້າທີ່ທີ່ສຳນັກງານສະຫະປະຊາຊາດຢູ່ນິວຢອກ (ອາເມລິກາ) ຕື່ມອີກ, ຄົ້ນຄ້ວາເປີດກວ້າງບໍລິເວນ ກໍ່ຄືບັນດາຮູບການໃໝ່ເໝາະສົມກັບແນວທາງ, ນະໂຍບາຍຂອງພັກ ແລະລັດ, ເໝາະສົມກັບຄວາມສາມາດຂອງຫວຽດນາມ, ຕັ້ງໜ້າປະກອບສ່ວນໃຫ້ສັນຕິພາບ ແລະຄວາມໝັ້ນຄົງຂອງໂລກ.

ໂດຍ: ແສງເດືອນ